ເພີ່ມທະວີການພົວພັນສາມັກຄີ, ມິດຕະພາບຫວຽດນາມ - ເມຊີໂກ

ເພີ່ມທະວີການພົວພັນສາມັກຄີ, ມິດຕະພາບຫວຽດນາມ - ເມຊີໂກ - ảnh 1
ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ
ຕ້ອນຮັບ​ທ່ານ​ເລຂາທິການ​ໃຫຍ່​ພັກ​ແຮງ​ງານ​ເມ​ຊີ​ໂກ
(ພາບ: chaobuoisang.net)

(vovworld) -     ຕອນ​ບ່າຍ​ວັນ​ທີ 28/11, ຢູ່​ສຳນັກງາ​ນສູນ​ກາງ​ພັກ, ທ່ານ​ເລຂາທິການ​ໃຫຍ່ພັກ​ກອມ​ມູນິດຫວຽດນາມ ​ຫງວຽນ​ຟູ໋ຈ້ອງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ເລຂາທິການ​ໃຫຍ່​ພັກ​ແຮງ​ງານ​ເມ​ຊີ​ໂກ Alberto Anaya Gutierrez, ປະທານ​ກຸ່ມ​ສະມາຊິກລັດຖະ​ສະພາ​ເມ​ຊີ​ໂກ - ຫວຽດນາມ, ທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທ່ານ​ເລຂາ​ທິການ​ໃຫຍ່​ພັກ​ແຮງ​ງານ​ເມ​ຊີ​ໂກ ​Alberto Anaya Gutierrez ໄດ້​ແຈ້ງ​ໃຫ້​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຊາບ​ກ່ຽວ​ກັບໝາກຜົນ​ແຫ່ງ​ການ​ປະຕິບັດ​ແຜນການ​ຮ່ວມ​ມື​ລະຫວ່າງ​ 2 ພັກ ​ໃນ​ໄລຍະ​ຜ່ານ​ມາ, ​ໃນ​ນັ້ນ, ພົນ​ເດັ່ນ​ແມ່ນ​ໂຄງການ​ພັດທະນາ​ການປູກ​ເຂົ້ານາທາມ, ປູກ​ໝາກພ້າວ ຢູ່​ເມ​ຊີ​ໂກ ​ແລະ ປູກ​ຕົ້ນ Nopan ຢູ່​ຫວຽດນາມ, ບັນດາ​ການ​ເຄື່ອນ​ໄຫວ​ແລກປ່ຽນທິດ​ສະ​ດີ ​ແລະ ບົດຮຽນ​ກ່ຽວ​ກັບ​ວຽກ​ງານ​​ໂຄສະ​ນາ, ​ສຶກສາ​ຂັ້ນອະນຸບານ, ການຮ່ວມ​ມື​ພິມ​ຈຳໜ່າຍ​ຂ່າວ​ພາບ​ຫວຽດນາມ ດ້ວຍ​ພາສາ ​ແອດ​ສະ​ປາຍ ​ແລະ ​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ໝາກຜົນ​​ແຫ່ງການ​ເຮັດ​ວຽກ​ຂອງ​ຄະນະ​ກັບ​ບັນ​ດາ​ອົງການ, ຄະນະ, ຂະ​ແໜງ​ການຂອງ​ຫວຽດນາມ ​ແລະ ສະ​ເໜີ​ບາງ​ມາດ​ຕະການ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນສາມັກຄີ, ມິດຕະພາບ​ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ 2 ພັກ ​ແລະ ປະຊາຊົນ 2 ປະ​ເທດ​. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​​ຕີ​ລາຄາ​ສູງ​ການ​ປະກອບສ່ວນ​ຂອງ​ພັກ​ແຮງ​ງານ​ເມ​ຊີ​ໂກ ​ແລະ ທ່ານເລຂາ​ທິການ​ໃຫຍ່ Alberto Anaya Gutierrez​ ​ທີ່​ໄດ້ສາມັກຄີ, ສະໜັບສະໜູນ​ຫວຽດນາມ ​ແລະ ຊຸກຍູ້​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ອັນ​ແທດ​ຈິງ ລະຫວ່າງ​ 2 ​ພັກ ​ແລະ ປະຊາຊົນ 2 ປະ​ເທດ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ຫັນ​ດີ​ສືບ​ຕໍ່​ເປີດ​ກວ້າງ​ບັນດາ​ຂົງ​ເຂດ​ຮ່ວມ​ມື ພ້ອມ​ທັງ​ນຳ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ພັກ ​ໃຫ້​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລີກ ​ແລະ ມີ​ປະສິດທິ​ຜົນ​ກວ່າ.

        ກ່ອນ​ໜ້າ​ນັ້ນ, ຄະນະ​ຜູ້​ແທນ​ພັກ​ແຮງ​ງານ​ເມ​ຊີ​ໂກ ​ໄດ້​ເຈລະຈາກັບ​ຄະນະ​ຜູ້​ແທນ​ພັກ​ກອມ​ມູນິດ​ຫວຽດນາມ ​ໂດຍ​ທ່ານ ຮ່ວາງ​ບິ່ງ​ກວນ, ກຳມະການສູນ​ກາງ​ພັກ, ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ນຳ​ໜ້າ. ສອງ​ຝ່າຍ​ໄດ້​ແລກປ່ຽນ​ກ່ຽວ​ກັບ​ສະພາບ​ການ​ຂອງ​ແຕ່​ລະ​ພັກ, ​ແຕ່ລະ​ປະ​ເທ​ດ, ບັນດາ​ບັນຫາ​ພາກ​ພື້ນ ​ແລະ ສາກົນ ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ ​ແລະ ປຶກສາ​ຫາລື​ມາດ​ຕະການ​ເປີດ​ກວ້າງ ​ແລະ ຍົກ​ສູງ​ປະສິດທິ​ຜົນ​​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ພັກ, 2 ລັດ ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ