ເພີ່​ມ​ທະ​ວີ​ການ​ພົວ​ພັນຮ່ວມ​ມື​ມິ​ດ​ຕະ​ພາບ​ລະ​ຫວ່າງ ສອງພັກ​ກອມ​ມູ​ນິດ ຫວຽດ​ນາມ - ສະ​ຫະ​ພັນ ລັດ​ເຊຍ

(VOVWORLD) - ໃນຂອບເຂດການຢ້ຽມຢາມລັດເຊຍຢ່າງເປັນທາງການ ແລະ ເຂົ້າຮ່ວມເວທີປາໄສເສດຖະກິດສາກົນ Saint Petersburg. ວັນທີ 10 ມິຖຸນາ, ທ່ານ ຫງວຽນວັນບີ່ງ, ເລຂາສູນກາງພັກ, ຫົວໜ້າຄະນະເສດຖະກິດສູນກາງ, ໄດ້ມີການເຮັດວຽກກັບຄະນະຜູ້ແທນພັກກອມມູນິດ ສະຫະພັນລັດເຊຍ.
ເພີ່​ມ​ທະ​ວີ​ການ​ພົວ​ພັນຮ່ວມ​ມື​ມິ​ດ​ຕະ​ພາບ​ລະ​ຫວ່າງ ສອງພັກ​ກອມ​ມູ​ນິດ ຫວຽດ​ນາມ - ສະ​ຫະ​ພັນ ລັດ​ເຊຍ - ảnh 1 ທ່ານ ຫງວຽນວັນບີ່ງ, ເລຂາສູນກາງພັກກອມມູນິດຫວຽດນາມ ແລະ ທ່ານ  Gennady Zyuganov ປະທານພັກກອມມູນິດ ລັດເຊຍ (ພາບ:nhandan.com.vn)

        ທີ່ການເຮັດວຽກ, ທ່ານ ຫງວຽນວັນບີ່ງ, ເລຂາສູນກາງພັກໄດ້ສະແດງຄວາມຍີນດີລັດເຊຍໃນການປະຕິບັດບັນດາເວທີປາໄສເສດຖະກິດ Saint Petersburgໃຫ້ປະສົບຜົນສຳເລັດ; ພ້ອມທັງຢັ້ງຢືນວ່າ ຫວຽດນາມຍາມໃດກໍ່ພ້ອມແລ້ວເຂົ້າຮ່ວມສອງ ເວທີປາໄສອັນໃຫຍ່ຫຼວງຂອງລັດເຊຍ, ນັ້ນແມ່ນເວທີປາໄສເສດຖະກິດ Saint Petersburg ແລະ ເວທີປາໄສເສດຖະກິດຝ່າຍຕາເວັນອອກ. ທ່ານຫງວຽນວັນບີ່ງ ສະແດງຄວາມເຊື່ອໝັ້ນວ່າ ການພົວພັນລະຫວ່າງສອງປະເທດກໍ່ຄືລະຫວ່າງສອງພັກກອມມູນິດນັບມື້ນັບໄດ້ຮັບການພັດທະນາໃຫ້ຫຼາຍກ່ວາອີກ, ທ່ານໄດ້ອວຍພອນພັກກອມມູນິດ ສະຫະພັນ ລັດເຊຍນັບມື້ນັບມີທີ່ຕັ້ງສູງກ່ວາໃນຊີວິດດ້ານການເມືອງຂອງລັດເຊຍ.

        ແລະກໍ່ໃນວັນດຽວກັນ, ທ່ານ ຫງວຽນວັນບີ່ງ ໄດ້ມີການພົບປະກັບຕາງໜ້າສະມາຄົມວິສາຫະກິດ ຫວຽດນາມ ແລະ ລົງຢ້ຽມຢາມສູນ Incentra ຮ່າໂນ້ຍ - ມົດສະກູ, ເຮັດວຽກກັບບໍລິສັດທ່າກຳປັ່ນ AZOV, ລົງຢ້ຽມຢາມ ແລະ ເຮັດວຽກຢູ່ສະຖານທູດ ຫວຽດນາມ ປະຈຳ ສະຫະພັນ ລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ