ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ ອາ​ຊຽນ - ອີ​ຢູ ແລະ ອາ​ຊຽນ - ອິ​ນ​ເດຍ

(VOVWORLD) -ຕອນບ່າຍວັນທີ 12 ກັນຍາ, ໃນຂອບເຂດກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 53  ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມບັນດາກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ອີຢູ ແລະ ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ອິນເດຍ.
 ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ ອາ​ຊຽນ - ອີ​ຢູ ແລະ ອາ​ຊຽນ - ອິ​ນ​ເດຍ - ảnh 1ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ອິນເດຍ (ພາບ: TTXVN)

ໃນກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ອີຢູ, ບັນດາລັດຖະມົນຕີໄດ້ຢືນຢັນຄຳໝັ້ນສັນຍາຢ່າງແຮງ, ໃນໄລຍະທີ່ຈະມາເຖິງ ເພີ່ມທະວີການພົວພັນຮ່ວມມືຮອບດ້ານລະຫວ່າງ ອາຊຽນ ແລະ ອີຢູ, ສືບຕໍ່ຊຸກຍູ້ສາຍພົວພັນ “ຄູ່ຮ່ວມມືໃນສາຍສຳພັນ”. ສອງຝ່າຍເຫັນດີສືບຕໍ່ຜັນຂະຫຍາຍການຮ່ວມມືໃນບັນດາຂົງເຂດ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ແລະ ມີທ່າແຮງ ຢ່າງມີປະສິດທິຜົນ, ໃນນັ້ນ ມີ ເສດຖະກິດ - ການຄ້າ, ການເຊື່ອມຕໍ່, ຄົມມະນາຄົມ, ຕ້ານການກໍ່ການຮ້າຍ, ຕ້ານອາດຊະຍາກຳຂ້າມຊາດ, ການປ້ອງກັນຄວາມປອດໄພທາງເຄືອຂ່າຍອິນເຕີແນັດ....

ທີ່ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ອິນເດຍ, ບັນດາລັດຖະມົນຕີໄດ້ເຫັນດີຍູ້ແຮງການຮ່ວມມືໃນບັນດາຂົງເຂດເສດຖະກິດ, ການຄ້າ ແລະ ການລົງທຶນ, ຮ່ວມມືທາງທະເລ, ຕ້ານການກໍ່ການຮ້າຍ ແລະ ອາດຊະຍາກຳຂ້າມຊາດ…

ກ່ຽວກັບການຮັບມືກັບໂລກລະບາດໂຄວິດ - 19, ອິນເດຍ ຢັ້ງຢືນຊ່ວຍໜູນອາຊຽນແກ້ໄຂຜົນຮ້າຍຈາກໂລກລະບາດ ແລະ ຊຸກຍູ້ການຟື້ນຟູແບບຍືນຍົງ; ສົມທົບກັນຢ່າງແໜ້ນແຟ້ນກັບອາຊຽນໃນການຄົ້ນຄວ້າ ແລະ ຜະລິດວັກຊິນ ແລະ ຢາປົວພະຍາດໂຄວິດ - 19.

ທີ່ບັນດາກອງປະຊຸມລະຫວ່າງ ອາຊຽນ ກັບ ອີຢູ ແລະ ອິນເດຍ, ບັນດາປະເທດໄດ້ສະຫງວນເວລາເພື່ອແລກປ່ຽນກ່ຽວກັບບັນດາບັນຫາໃນໂລກ ແລະ ພາກພື້ນ  ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ໃນນັ້ນ ມີສະພາບການຢູ່ທະເລຕາເວັນອອກ, ບັນດາປະເທດສືບຕໍ່ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ສິດເສລີໃນການເຮືອ ແລະ ການບິນ, ບໍ່ດຳເນີນການເຄື່ອນໄຫວດ້ານການທະຫານ, ລະງັບໃຈ, ບໍ່ຄວນມີການກະທຳກໍ່ຄວາມສັບສົນ ແລະ ເຮັດໃຫ້ເພິ່ມຄວາມເຄັ່ງຕຶງ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ.

           

ຕອບກັບ

ຂ່າວ/ບົດ​ອື່ນ