ເພີ່ມທະວີການພົວພັນຮ່ວມມືລະຫວ່າງກະຊວງຕຳຫຼວດຫວຽດນາມແລະສະພາປ້ອງກັນຄວາມສະຫງົບແຫ່ງຊາດສະຫະພັນລັດເຊຍ

(VOVWORLD) -ຕອນບ່າຍວັນທີ 25 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານພົນໂທ ໂຕເລີມ, ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ໄດ້ມີການເຈລະຈາກັບຄະນະຜູ້ແທນຂັ້ນສູງສະພາປ້ອງກັນຄວາມສະຫງົບແຫ່ງຊາດສະຫະພັນລັດເຊຍ ໂດຍທ່ານພົນເອກ Patrushev Nikolai Platonovich, ເລຂາສະພາປ້ອງກັນຄວາມສະຫງົບແຫ່ງຊາດສະຫະພັນລັດເຊຍ ເປັນຫົວໜ້າຄະນະ

ເພີ່ມທະວີການພົວພັນຮ່ວມມືລະຫວ່າງກະຊວງຕຳຫຼວດຫວຽດນາມແລະສະພາປ້ອງກັນຄວາມສະຫງົບແຫ່ງຊາດສະຫະພັນລັດເຊຍ - ảnh 1 ການເຈລະຈາກັບຄະນະຜູ້ແທນຂັ້ນສູງສະພາປ້ອງກັນຄວາມສະຫງົບແຫ່ງຊາດສະຫະພັນລັດເຊຍ

(ພາບ: TTXVN)

ມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ກ່າວຄຳເຫັນທີ່ການເຈລະຈາ, ທ່ານລັດຖະມົນຕີ ໂຕເລີມ ສະເໜີໃຫ້ 2 ຝ່າຍຄວນເພີ່ມທະວີການແລກປ່ຽນບັນດາຄະນະຜູ້ແທນຂັ້ນນັກວິຊາການເພື່ອຜັນຂະຫຍາຍບົດບັນທຶກຊ່ວຍຈຳຢ່າງມີປະສິດທິຜົນກ່ຽວກັບຄວາມເຂົ້າອົກເຂົ້າໃຈລະຫວ່າງກະຊວງຕຳຫຼວດຫວຽດນາມ ແລະ ຫ້ອງການສະພາປ້ອງກັນຄວາມສະຫງົບແຫ່ງຊາດສະຫະພັນລັດເຊຍ ໃນຂົງເຂດຮັບປະກັນຄວາມສະຫງົບ, ໂດຍສະເພາະແມ່ນໃນບັນຫາທີ່ 2 ຝ່າຍຕ່າງມີຄວາມສົນໃຈກ່ຽວກັບໄພອັນຕະລາຍ ແລະ ສິ່ງທ້າທາຍນາບຂູ່ເຖິງຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຂອງແຕ່ລະປະເທດ, ຢູ່ພາກພື້ນ ແລະ ໃນໂລກ…

        ພາຍຫຼັງການເຈລະຈາ, 2 ຝ່າຍໄດ້ລົງນາມໃນ “ບົດບັນທຶກຊ່ວຍຈຳລະຫວ່າງກະຊວງຕຳຫຼວດແຫ່ງສສ.ຫວຽດນາມ ແລະ ກະຊວງພາຍໃນສະຫະພັນລັດເຊຍ ກ່ຽວກັບການປ້ອງກັນ, ຕ້ານການຜະລິດ, ຂົນສົ່ງ, ຊື້ຂາຍ, ເຜີຍແຜ່ ແລະ ນຳໃຊ້ບັນດາສານກະຕຸ້ນເສັ້ນປະສາດ”.

ຕອບກັບ

ຂ່າວ/ບົດ​ອື່ນ