ເພີ່ມທະວີການພົວພັນຮ່ວມມືລະຫວ່າງທະຫານປ້ອງກັນຊາຍແດນຫວຽດນາມ - ຈີນ

ເພີ່ມທະວີການພົວພັນຮ່ວມມືລະຫວ່າງທະຫານປ້ອງກັນຊາຍແດນຫວຽດນາມ - ຈີນ - ảnh 1
ພົນ​ໂທ ​ໂງຊວນ​ຫຼິ້ກ ​ຕ້ອນຮັບ ພົນ​ຕີ ຈາ​ຍສ້ຽວ​ຫຼຽງ
(ພາບ: qdnd.vn)


(vovworld) -     ຕອນ​ບ່າຍ​ວັນ​ທີ 3/12, ຢູ່​ຮ່າ​ໂນ້ຍ, ພົນ​ໂທ ​ໂງຊວນ​ຫຼິ້ກ (Ngo Xuan Lich) ​ເລ​ຂາ​ສູນ​ກາງ​ພັກ, ຫົວໜ້າ​ກົມ​ໃຫຍ່​​ການ​ເມືອງ​ກອງທັບ​ປະຊາຊົນ​ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ ພົນ​ຕີ ຈາ​ຍສ້ຽວ​ຫຼຽງ, ຫົວໜ້າ​ຄະນະ​ການ​ເມືອງ​ເຂດ​ທະຫານນະຄອນຫຼວງ​ປັກ​ກິ​ງ. ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ຍາມ​ໃດການພົວພັນ​ສາມັກ​ຄີກໍ​ໄດ້​ຮັບ​ການ​ຮັດ​ແໜ້ນ ​ແລະ ​ເສີມ​ຂະຫຍາຍ. ກຳລັງ​ປ້ອງ​ກັນຊາ​ຍ​ແດນ​ສອງ​ປະ​ເທດ​ໄດ້​ປະຕິບັດ​ວຽກ​ງານ​ສົມທົບ​ກັນລາດ​ຕາ​ເວນຮ່ວມ​ເປັນ​ຢ່າງ​ດີ, ​ແລກປ່ຽນ​ບົດຮຽນ​ດ້ານ​ວິຊາ​ສະ​ເພາະ, ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ​ສີ​ລະ​ປະວັນນະຄະ​ດີ ວັດທະນະທຳ, ປະກອບສ່ວນ​ປົກ​ປັກ​ຮັກສາ​ຄວາມ​ສະຫງົບ, ຄວາມ​ປອດ​ໄພ​ເສັ້ນຊາຍ​ແດນ​ແຫ່ງ​ຊາດ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ກອງທັບ​ສອງ​ປະ​ເທດ​ຄວນ​ສືບ​ຕໍ່​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື, ​ແລກປ່ຽນ​ຄະນະ​ຜູ້​ແທນ​ເພື່ອ​ຮໍ່າຮຽນ​​ເອົາ​ບົດຮຽນ​ເຊິ່ງກັນ ​ແລະ ກັນ, ​ໃນ​ນັ້ນກອງທັບ​ຊາຍ​ແດນ​ແມ່ນ​ກຳລັງ​ນຳ​ໜ້າ​ໃນ​ການ​ສ້າງ​ການ​ພົວພັນ​ຮ່ວມ​ມື, ປະກອບສ່ວນ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ພັດທະນາ​ໃນ​ເຂດ​ຊາຍ​ແດນ​ຫວຽດນາມ - ຈີນ.

ຂ່າວ/ບົດ​ອື່ນ