ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ພັກ​ຄອມ​ມູ​ນິດ ຫວຽດ​ນາມ ແລະ ພັກ​ປະ​ຊາ​ຊົນ ກຳ​ປູ​ເຈຍ

(VOVWORLD) - ວັນທີ 18 ກຸມພາ, ການພົບປະຂັ້ນສູງລະຫວ່າງພັກຄອມມູນິດ ຫວຽດນາມ ແລະ ພັກປະຊາຊົນ ກຳປູເຈຍ ຖືກຈັດຂຶ້ນຢູ່ຮ່າໂນ້ຍ ໂດຍທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ  ແລະ ທ່ານ  ຮຸນແຊນ ປະທານພັກປະຊາຊົນ ກຳປູເຈຍ, ນາຍົກລັດຖະມົນຕີ ລາຊະອານາຈັກ ກຳປູເຈຍ ເປັນປະທານຮ່ວມ.
ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ພັກ​ຄອມ​ມູ​ນິດ ຫວຽດ​ນາມ ແລະ ພັກ​ປະ​ຊາ​ຊົນ ກຳ​ປູ​ເຈຍ - ảnh 1ການພົບປະລະຫວ່າງສອງຝ່າຍ (ພາບ: VOV)

ທີ່ການພົບປະ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະ ທ່ານປະທານພັກປະຊາຊົນ ກໍາປູເຈຍ, ນາຍົກລັດຖະມົນຕີ ລາຊະອານາຈັກ ກຳປູເຈຍ ຮຸນແຊນ ໄດ້ແຈ້ງໃຫ້ການຊາບ ສະພາບການຂອງແຕ່ລະພັກ, ແຕ່ລະປະເທດ, ຕີລາຄາກ່ຽວກັບສະພາບການໂລກ, ພາກພື້ນ; ໝາກຜົນການຮ່ວມມືລະຫວ່າງສອງພັກ, ສອງລັດ ໃນໄລຍະຜ່ານມາ ແລະ ທິດທາງການຮ່ວມມືໃນໄລຍະຈະມາເຖິງ.

         ທ່ານປະທານພັກປະຊາຊົນ ກໍາປູເຈຍ, ນາຍົກລັດຖະມົນຕີ ລາຊະອານາຈັກ ກຳປູເຈຍ ຮຸນແຊນ ຢັ້ງຢືນວ່າ ພ້ອມກັບການປັບປຸງ ແລະ ພັດທະນາການພົວພັນດ້ານການເມືອງແລ້ວ, ສອງຝ່າຍຕ້ອງເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການຄ້າ ເພື່ອຮັບໃຊ້ພາລະກິດພັດທະນາຂອງແຕ່ລະປະເທດ.

         ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກໍຕີລາຄາສູງຕໍ່ໝາກຜົນການຮ່ວມມືໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນວັດທະນະທໍາ, ການສຶກສາ, ວິທະຍາສາດ - ເຕັກນິກ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ພ້ອມທັງສະເໜີບາງທິດທາງການຮ່ວມມືລະອຽດລະຫວ່າງສອງປະເທດໃນໄລຍະຈະມາເຖິງ.

 

ຕອບກັບ

ຂ່າວ/ບົດ​ອື່ນ