ເພີ່ມທະວີການພົວພັນຮ່ວມມືລະຫວ່າງສານ2ປະເທດຫວຽດນາມ-ສະຫະພັນລັດເຊຍ

ເພີ່ມທະວີການພົວພັນຮ່ວມມືລະຫວ່າງສານ2ປະເທດຫວຽດນາມ-ສະຫະພັນລັດເຊຍ - ảnh 1
ການເຈລະຈາລະຫວ່າງ 2 ຝ່າຍ
(ພາບ: daidoanket)

(vovworld) - ​ ​​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ ​ເຈືອງ​ຮ່ວາ​ບີ​ງ ປະທານ​ສານ​ປະຊາຊົນ​ສູງ​ສຸດ ຫວຽດນາມ, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສານ​ສູງ​ສຸດ​ສະຫະພັນ ລັດ​ເຊຍ ​ໂດ​ຍທ່ານປະທານ​ສານ Vyacheslav Mikhailovich Lebedev ​ເປັນ​ຫົວໜ້າ​ຄະນະມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ ​ໃນ​ລະຫວ່າງ​ວັນ​ທີ 29/02 – 03/03/2016. ຕອນ​ບ່າຍ​ວັນ​ທີ 29/02 ຢູ່ ຮ່າ​ໂນ້ຍ ທ່ານປະທານ​ສານ​ປະຊາຊົນ​ສູງ​ສຸດ ຫວຽດນາມ ​ເຈືອງ​ຮ່ວາບີ​ງ ​ໄດ້​ມີ​ການ​ເຈ​ລະ​ຈາ​ກັບ​ທ່ານ​ປະທານ​ສານ​ສູງ​ສຸດ​ສະຫະພັນ ລັດ​ເຊຍ Vyacheslav Mikhailovich Lebedev. ປະທານ​ສານ 2 ທ່ານ​ເຫັນ​ດີ​ເປັນ​ເອກະ​ພາບນຳ​ກັນ​ວ່າ ​ຄວນ​ເພີ່ມ​ທະວີ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ໃນ​ໄລຍະ​ຕໍ່​ໄປ​ກ່ວາ​ອີກ. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ ຈະສ້າງ​ເງື່ອນ​ໄຂ​ໃຫ້​ສານ​ຂັ້ນ​ແຂວງ​ຂອງ 2 ປະ​ເທດ​ແຮກສ່ຽວ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ມື, ກ່ອນ​ອື່ນ​ໝົດ​ແມ່ນ​ສານ​ນະຄອນຫລວງ ຮ່າ​ໂນ້ຍ ​ແລະ ສານ​ນະຄອນຫລວງ ມົດ​ສະ​ກູ.

        ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ປະທານ​ສານ Vyacheslav Mikhailovich Lebedev ​ໄດ້ມອບຫຼຽນ​ກາ​ຊັ້ນ 1 ຂອງສານ​ສູງ​ສຸດ​ສະຫະພັນ ລັດ​ເຊຍ ມອບ​ໃຫ້​ປະທານ​ສານ ​ເຈືອງ​ຮ່ວາ​ບີ​ງ ຍ້ອນມີ​ບັນດາການ​ປະກອບສ່ວນ​ໃນ​ການ​ເຄື່ອນ​ໄຫວ​ວຽກ​ງານ​ຂອງ​ສານ​ສູງ​ສຸດ​ສະຫະພັນ ລັດ​ເຊຍ.

ຂ່າວ/ບົດ​ອື່ນ