ເພີ່ມທະວີການພົວພັນຮ່ວມມືລະຫວ່າງສຳນັກຂ່າວສານຫວຽດນາມແລະ PRD

ເພີ່ມທະວີການພົວພັນຮ່ວມມືລະຫວ່າງສຳນັກຂ່າວສານຫວຽດນາມແລະ PRD - ảnh 1
ຮອງ​ຜູ້ອຳນວຍການ​ໃຫຍ່ສຳນັກ​ຂ່າວສານ​ຫວຽດນາມ​ໂງ​ຮ່າ​ທ໋າຍ
​ແລະ ຄູ່ຕຳ​ແໜ່​ງ PRD ທ່ານ ​ເຈຣຸນ​ໃຈ ຍາ​ສານ
(ພາບ:Quang Thuận/TTXVN )

(vovworld) - ​ວັນ​ທີ 15/7, ສຳນັກ​ຂ່າວສານ​ຫວຽດນາມ ​ແລະ ກົມ​ປະຊາສຳພັນ ​ໄທ (PRD) ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ເພີ່ມ​ທະວີ​ການພັວພັນ​ຮ່ວມ​ມື​ລະຫວ່າງ 2 ອົງການ ​​ເພື່ອ​ສຳ​ເລັດ​ວຽກງານ​ເຜີຍ​ແຜ່​ຂໍ້​ມູນ​ຂ່າວ​ເຖິງປະຊາ​ຄົມ​ອາ​ຊຽນ, ພ້ອມ​ທັງ​ປະກອບສ່ວນ​​ພັດທະນາການ​ພົວພັນ​ລະຫວ່າງ 2 ປະ​ເທດ​ມຸ່ງ​ໄປ​​ເຖິງ​ການ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງການ​ພົວພັນ​ການທູດ. ທີ່​ກອງ​ປະຊຸມ ຄະນະ​ກຳມະການ​ເຕັກນິກ​ປະສົມ (JTC) ຢູ່​ ບາງກອກ, ​ໂດຍຮອງ​ຜູ້ອຳນວຍການ​ໃຫຍ່ສຳນັກ​ຂ່າວສານ​ຫວຽດນາມ ​ໂງ​ຮ່າ​ທ໋າຍ ​ແລະ ຄູ່ຕຳ​ແໜ່​ງ PRD ທ່ານ ​ເຈຣຸນ​ໃຈ ຍາ​ສານ ​ເປັນ​ປະທານ​ຮ່ວມ, 2 ຝ່າຍ​ຢືນຢັນ​​ເຖິງ​ລັກສະນະ​​ແຫ່ງ​ການ​ພົວພັນ​ຮ່ວມ​ມື ​ແລະ ​ແລກປ່ຽນ​ວີ​ຊາ​ການ​ລະຫວ່າງ 2 ອົງການ​ໃນ​ກ່ວາທົດ​ສະ​ວັດ​ທີ່ຜ່ານ​ມາ. ປະ​ຈຸ​ບັນ, ການ​ພົວພັນ​ນີ້​ໄດ້​ເປ​ີດກ້ວາງ​ເຖິງ​ການ​ແລກປ່ຽນ​ຂ່າວ​ພາບ ​ແລະ ບັນດາ​ລາຍການ​ໂທລະພາບ, ບັນດາ​ຂົງ​ເຂດ ຊຶ່ງ​ສຳນັກ​ຂ່າວສານ​ຫວຽດນາມ​ ພວມ​ເອົາ​ໃຈ​ໃສ່​ ​ພັດທະນາ​ເປັນ​ພິ​ເສດ​ ໃນ​ສະພາບການໃໝ່​ຢູ່ ຫວຽດນາມ. ຕາມຮອງ​ຜູ້ອຳນວຍການ​ໃຫຍ່ສຳນັກ​ຂ່າວສານ​ຫວຽດນາມ ​ໂງ​ຮ່າ​ທ໋າຍ ​ແລ້ວ, ການ​ພົວພັນ​ຮ່ວມ​ມື​ວີ​ຊາການ​ລະ​ຫວ່າງ​ 2 ອົງການ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ​ໃນ​ໄລຍະ​​ຜ່ານມາ, ​ເໝາະ​ສົມ​ກັບ​ສາຍ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການຮ່ວມ​ມື​ອັນ​ດີງາມລະຫວ່າງ ຫວຽດນາມ ​ແລະ ​ໄທ. 2 ຝ່າຍ​ພວມ​ປະຕິບັດ​ບັນດາ​ໂຄງການ​ຮ່ວມ​ມື​ກ່ຽວ​ກັບ​ດ້ານ​ວີ​ຊາ​ການ​ເປັນ​ຢ່າງດີ, ປະກອບ​ສ່ວນ​ຕັ້ງໜ້າ​ໃຫ້​​ແກ່ການສຳເລັດ​ວຽກ​ງານລວມ ​ແມ່ນ​ເຜີຍ​ແຜ່ຂໍ້​ມູນ​ຂ່າວ ​ແລະ ຮູບພາບປະ​ເທດ​ຊາດ​ ​ແລະ ຊາວ ​ຫວຽດນາມ ກໍ​ຄື ​ໄທ.

ຂ່າວ/ບົດ​ອື່ນ