ເພີ່ມທະວີການພົວພັນຮ່ວມມືລະຫວ່າງຫວຽດນາມກັບລັດຖະສະພາເອີລົບ

(VOVWORLD) -ວັນທີ 07 ມັງກອນ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານນາງ Heidi Haurala, ຮອງປະທານລັດຖະສະພາເອີລົບ (EP).

ເພີ່ມທະວີການພົວພັນຮ່ວມມືລະຫວ່າງຫວຽດນາມກັບລັດຖະສະພາເອີລົບ - ảnh 1 (ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ

ຕ້ອນຮັບທ່ານນາງ Heidi Haurala, ຮອງປະທານລັດຖະສະພາເອີລົບ (EP)

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ, ຫວຽດນາມ ຖືເປັນສຳຄັນການຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ແລະ EP ແມ່ນເສົາຄ້ຳສຳຄັນໃນການພົວພັນຮ່ວມມືຮອບດ້ານລະຫວ່າງຫວຽດນາມ - EU. ທ່ານນາຍົກລັດຖະມົນຕີເຊື່ອໝັ້ນວ່າ, ການຢ້ຽມຢາມຄັ້ງນີ້ຂອງທ່ານນາງຮອງປະທານ EP ຈະປະກອບສ່ວນເພີ່ມທະວີການພົວພັນຮ່ວມມືລະຫວ່າງຫວຽດນາມ - EU ເວົ້າລວມ ແລະ ການພົວພັນລະຫວ່າງສະພາແຫ່ງຊາດຫວຽດນາມ ແລະ EP ເວົ້າສະເພາະ.

        ສ່ວນທ່ານນາງ Heidi Haurala ໃຫ້ຮູ້ວ່າ, EP ສືບຕໍ່ຮັບຟັງ, ເອົາໃຈໃສ່ເຖິງຂໍ້ສະເໜີຂອງຫວຽດນາມ ກ່ຽວກັບເລື່ອງໃຫ້ສັດຕະຍາບັນສັນຍາການຄ້າເສລີ ຫວຽດນາມ - EU (EVFTA); ພ້ອມທັງເນັ້ນໜັກວ່າ, ນີ້ແມ່ນ FTA ໃໝ່, ສະນັ້ນ ບັນດາຝ່າຍຄວນຮັບປະກັນການປະຕິບັດຢ່າງແນ່ນອນ, ມີປະສິດທິຜົນ ເພື່ອແນໃສ່ພັດທະນາການຄ້າແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ