ເພີ່ມທະວີການພົວພັນຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ບຸນກາຣີ

(VOVWORLD) - ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ຂອບໃຈຕໍ່ສະພາແຫ່ງຊາດ ບຸນກາຣີ ທີ່ໄດ້ໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ - ສະຫະພາບ ເອີລົບ
ເພີ່ມທະວີການພົວພັນຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ບຸນກາຣີ  - ảnh 1(ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ພົບປະກັບການນຳບາງກຸ່ມສະມາຊິກລັດຖະສະພາຂອງ ບຸນກາຣີ)

          ໃນຂອບເຂດການຢ້ຽມຢາມ ບຸນກາຣີ ຢ່າງເປັນທາງການ, ຕອນເຊົ້າວັນທີ 26 ກັນຍາ (ຕາມເວລາທ້ອງຖິ່ນ) ຢູ່ຫໍສະພາແຫ່ງຊາດ ບຸນກາຣີ ທີ່ນະຄອນຫຼວງ Sofia, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ພົບປະກັບການນຳບາງກຸ່ມສະມາຊິກລັດຖະສະພາຂອງ ບຸນກາຣີ.

          ທີ່ບັນດາການພົບປະ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ຂອບໃຈຕໍ່ສະພາແຫ່ງຊາດ ບຸນກາຣີ ທີ່ໄດ້ໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ - ສະຫະພາບ ເອີລົບ (EVIPA) ດ້ວຍການສະໜັບສະໜູນຢ່າງສິ້ນເຊິ່ງກ່ອນການຢ້ຽມຢາມ. ທ່ານເນັ້ນໜັກວ່າ, ນີ້ແມ່ນບາດກ້າວບຸກທະລຸສຳຄັນເພື່ອໃຫ້ສັນຍາສະບັບນີ້ໄດ້ຮັບການຜັນຂະຫຍາຍໂດຍໄວ, ນຳມາເຊິ່ງຜົນປະໂຫຍດໃຫ້ທັງ 2 ຝ່າຍ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ປາດຖະໜາວ່າ, ສະພາແຫ່ງຊາດ ບຸນກາຣີ ຈະສືບຕໍ່ຂົນຂວາຍເພື່ອໃຫ້ລັດຖະສະພາບັນດາປະເທດສະມາຊິກທີ່ຍັງເຫຼືອຂອງສະຫະພາບ ເອີລົບ (ອີຢູ) ໃຫ້ສັດຕະຍາບັນສັນຍາສະບັບນີ້ ໂດຍໄວ.

          ທີ່ການຕ້ອນຮັບທ່ານນາງ Desislava Atanasova, ປະທານກຸ່ມສະມາຊິກ ລັດຖະສະພາສັງກັດພັກ Gerb-UDF, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຫວັງວ່າ, ທ່ານນາງ Desislava Atanasova ແລະ ກຸ່ມສະມາຊິກລັດຖະສະພາ ສັງກັດພັກ Gerb-UDF ຈະຍົກເລີກບັດເລືອງກ່ຽວກັບການ ຫາປາຢ່າງຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ເຮັດຕາມຂໍ້ກຳນົດ (IUU) ສຳລັບຜະລິດຕະພັນສິນໃນນ້ຳຂອງ ຫວຽດນາມ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ກໍ່ຢືນຢັນວ່າ, ສະພາແຫ່ງຊາດ ຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອຊຸກຍູ້ການພົວພັນລະຫວ່າງ 2 ປະເທດ.

          ທີ່ການພົບປະກັບ ທ່ານນາງ Korneliya Ninova, ປະທານພັກສັງຄົມ ບຸນກາຣີ (BSP), ປະທານກຸ່ມສະມາຊິກລັດຖະສະພາ BSP ເພື່ອ ບຸນກາຣີ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ປາດຖະໜາວ່າ 2 ຝ່າຍຈະເພີ່ມທະວີການພົວພັນການຕ່າງປະເທດຂອງພັກ, ແລກປ່ຽນບົດຮຽນໃນວຽກງານກໍ່ສ້າງພັກ, ບົດຮຽນໃນການສຶກສາອົບຮົມໃຫ້ລຸ້ນໜຸ່ມສືບທອດມູນເຊື້ອຂອງສາຍພົວພັນມິດຕະພາບ, ການຮ່ວມມືອັນດີງາມລະຫວ່າງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ