ເພີ່ມທະວີການພົວພັນແລກປ່ຽນວັດທະນະທຳເພື່ອຊຸກຍູ້ຄວາມສະໜິດຕິດພັນລະຫວ່າງ ຫວຽດນາມ ແລະ ເນັກຊີໂກ

(VOVWORLD) - ງານວາງສະແດງຮູບພາບປະເທດຊາດ, ຊາວ ຫວຽດນາມ; ງານວາງສະແດງວິຈິດສິນຍຸກສະໄໝ ຫວຽດນາມ; ຊຸມວັນ ຟິມ ຫວຽດນາມ ສົມທົບກັບການແນະນຳວັດທະນະທຳອາຫານການກິນ ຫວຽດນາມ.

ເພີ່ມທະວີການພົວພັນແລກປ່ຽນວັດທະນະທຳເພື່ອຊຸກຍູ້ຄວາມສະໜິດຕິດພັນລະຫວ່າງ ຫວຽດນາມ ແລະ ເມັກຊີໂກ -  ນັ້ນແມ່ນຄຳຢັ້ງຢືນຂອງທ່ານນາງ Maria Cristina Garcia Cepeda, ລັດຖະມົນຕີກະຊວງວັດທະນະທຳ ເມັກຊີໂກ ໃນການຕ້ອນຮັບທ່ານ ຫງວຽນຮ່ວາຍເຢືອງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ເມັກຊີໂກ ໃນຕອນບ່າຍວັນທີ 8 ມິຖຸນາ. ທ່ານນາງລັດຖະມົນຕີ Maria Cristina ໄດ້ຕີລາຄາສູງແຜນການຈັດຕັ້ງສັບປະດາວັດທະນະທຳ ຫວຽດນາມ ຢູ່ ເມັກຊີໂກ ໃນໂອກາດວັນຊາດທີ 2 ກັນຍາ ຈະມາເຖິງ, ດ້ວຍການເຄື່ອນໄຫວຕ່າງໆຄື: ງານວາງສະແດງຮູບພາບປະເທດຊາດ, ຊາວ ຫວຽດນາມ; ງານວາງສະແດງວິຈິດສິນຍຸກສະໄໝ ຫວຽດນາມ; ຊຸມວັນ ຟິມ ຫວຽດນາມ ສົມທົບກັບການແນະນຳວັດທະນະທຳອາຫານການກິນ ຫວຽດນາມ.

        ທ່ານເອກອັກຄະລັດຖະທູດ ຫງວຽນຮ່ວາຍເຢືອງ ສະແດງຄວາມປາດຖະໜາຢາກສືບຕໍ່ໄດ້ຮັບການໜູນຊ່ວຍຂອງກະຊວງວັດທະນະທຳ ເມັກຊີໂກ ໃນການຊຸກຍູ້ ແລະ ຫັນບັນດາການເຄື່ອນໄຫວຮ່ວມມື, ການພົວພັນແລກປ່ຽນ ແລະ ເຜີຍແຜ່ວັດທະນະທຳລະຫວ່າງ 2 ປະເທດເປັນລະອຽດໃນທຸກໆຂົງເຂດສິລະປະຈາກວັນນະຄະດີ, ດົນຕີ, ວິຈິດສິນ, ອະນຸລັກຮັກສາວັດທະນະທຳ… ເພື່ອແນໃສ່ຫັນໂຄງການຮ່ວມມືວັດທະນະທຳ, ການສຶກສາໄລຍະ 2015 – 2019 ເຊິ່ງ 2 ຝ່າຍໄດ້ລົງນາມໃຫ້ປະກົດຜົນເປັນຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ