ເພີ່ມທະວີການພົວພັນແລກປ່ຽນ,ຮ່ວມມືລະຫວ່າງກະຊວງປ້ອງກັນປະເທດຫວຽດນາມແລະສະຫະພັນລັດເຊຍ

ເພີ່ມທະວີການພົວພັນແລກປ່ຽນ,ຮ່ວມມືລະຫວ່າງກະຊວງປ້ອງກັນປະເທດຫວຽດນາມແລະສະຫະພັນລັດເຊຍ - ảnh 1
ການພົບປະລະຫວ່າງ 2 ຝ່າຍ

(vovworld) – ຕອນ​ບ່າຍ​ວັນ​ທີ 25/4, ພິທີ​ຕ້ອນຮັບ​ພົນ​ເອກ ​​ໂງ​ຊວນ​ລີກ, ລັດຖະມົນຕີວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ ທີ່ພວມ​ຢ້ຽມຢາມ ສະຫະພັນ​ລັດ​ເຊຍຕາມ​ຄຳ​ເຊີນ​ຂອງ​ພົນ​ເອກ Sergey Shoigu, ລັດຖະມົນຕີ​ວ່າການ​ກະຊວງປ້ອງ​ກັນ​ປະ​ເທດ ສະຫະພັນ​ລັດ​ເຊຍ, ຖືກຈັດ​ຕັ້ງຢ່າງ​ເປັນ​ທາງ​ການ​ຢູ່​​ໂນນ​ພູ​ໄຊຊະນະ​ທີ່​ນະຄອນຫຼວງ​ມົດ​ສະ​ກູ. ພາຍຫຼັງ​ພິທີ​ຕ້ອນຮັບ​, ຄະນະ​ຜູ້​ແທນ​ການ​ທະຫານ​ 2 ປະ​ເທດ ຫວຽດນາມ ​ແລະ ສະຫະພັນ ລັດ​ເຊຍ ດຳ​ເນີນ​ການ​ເຈລະຈາ. ນະ​ທີ່​ນີ້, ລັດຖະມົນຕີ 2 ທ່ານ​ສະ​ແດງ​ຄວາມ​ເພິ່ງ​ພໍ​ໃຈ​ຕໍ່​ການ​ພັດທະນາ​ການ​ພົວພັນ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດລະຫວ່າງ ຫວຽດນາມ ​ແລະ ສະຫະພັນ ລັດ​ເຊຍ ​ໃນ​ໄລຍະ​ຜ່ານ​ມາ ​ແລະ ​ເນັ້ນ​ໜັກ​ວ່າ 2 ຝ່າຍ​ຄວນ​ຕັ້ງໜ້າ​ປະຕິບັດ​ບັນດາ​ສັນຍາ​ທີ່​ໄດ້​ລົງ​ນາມ​ແລ້ວ, ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ໃນ​ບັນດາ​ເວທີ​ປາ​ໄສ​ສາກົນ. ລັດຖະມົນຕີ 2 ທ່ານ​ກໍ​ປຶກສາ​ຫາລື​ບັນດາ​ບັນຫາ​ກ່ຽວຂ້ອງ​ເຖິງ​ສະພາບ​ການ​ໃນ​ພາກ​ພື້ນ ​ແລະ ສາກົນ​ເຊິ່ງທັງ 2 ຝ່າຍ​ທ່ີ​ຕ່າງ​ມີ​ຄວາມ​ສົນ​ໃຈ, ພ້ອມ​ທັງຢັ້ງຢືນ​ວ່າ 2 ຝ່າຍ​ຈະ​ສືບ​ຕໍ່​ມານະ​ພະຍາຍາມ​ປັບປຸງ ​ແລະ ພັດທະນາ​ການ​ພົວພັນ​​ຮ່ວມ​ມື​ຫຼາຍ​ດ້ານ, ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ປະ​ເທດ.

        ກ່ອນ​ໜ້າ​ນັ້ນ, ຕອນ​ບ່າຍ​ວັນ​ທີ 24/4, ທ່ານ ລັດຖະມົນຕີ ​ໂງ​ຊວນ​ລີກ ພ້ອມ​ກັບ​ຄະນະ​ຜູ້​ແທນ​ທະຫານ​ຂັ້ນ​ສູງ ຫວຽ​ດນາມ ​ໄດ້​ໄປ​ວາງ​ພວງມາລາ​ຢູ່​ອະນຸສາ​ວາລີ​ປະທານ ​ໂຮ່ຈີ​ມິນ ທີ່​ນະຄອນຫຼວງ ມົດ​ສະ​ກູ. ​ແລະ ກໍ່​ໃນ​ຕອນ​ບ່າຍ​ວັນ​ທີ 24/4, ທ່ານ​ລັດຖະມົນຕີ​ ​ໂງ​ຊວນ​ລີກ ​ໄດ້​​ໄປ​ຢ້ຽມຢາມຫ້ອງການ​ທູດ​ການ​ທະຫານ ຫວຽດນາມ ປະຈຳ​ສະຫະພັນ ລັດ​ເຊຍ.


ຂ່າວ/ບົດ​ອື່ນ