ເພີ່ມທະວີການສົມທົບ ລະຫວ່າງນະໂຍບາຍ ງົບປະມານແລະ ນະໂຍບາຍເງິນຕາ




ເພີ່ມທະວີການສົມທົບ ລະຫວ່າງນະໂຍບາຍ ງົບປະມານແລະ ນະໂຍບາຍເງິນຕາ  - ảnh 1

(ພາບ: backan.gov.vn)

 (vovworld)- ​ ​ ​ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະຊຸມ​ໂດຍ​ກົງ​ທາງ​ເຄືອ​ຍຂ່າຍ​ອິນ​ເຕີ​ເນັດ​ທົ່ວປະ​ເທດ ສະຫລຸບ​ວຽກ​ງານ​ປີ 2013 ​ແລະ ຜັນ​ຂະຫຍາຍ​ໜ້າ​ທີ່​ປີ 2014 ​ໂດຍ​ກະຊວງ​ການ​ເງິນ​ຫວຽດນາມ ຈັດ​ຂຶ້ນ​ເມື່ອ​ຕອນ​ເຊົ້າ​ວັນ​ທີ 30/12, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕິ​ນຢຸງ ​ໄດ້​ຕີ​ລາຄາ​ສູງ​ຂະ​ແໜງ​ການ​ເງິນ​ກໍ່​ຄື​ທ້ອງ​ຖິ່ນ​ຕ່າງໆ ​ໄດ້ມານະ​ພະຍາຍາມ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ບັນລຸ​ໄດ້​ບັນດາ​ໝາກຜົ​ນທີ່​ຕັ້ງໜ້າ, ປະກອບສ່ວນ​ສຳຄັນ, ​ໂດຍ​ກົງ​ເຂົ້າ​ໃນ​ໝາກຜົນ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ລວມຂອງ​ປະ​ເທດ​ຊາດ. ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕິ​ນຢຸງ ​ໄດ້​ຊີ້​ແຈ້ງ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ ​ແລະ ຄວາມ​ຈຳກັດ​ຊື່​ງຂະ​ແໜງ​ການ​ເງິນ​ຕ້ອງ​ສຸມ​ໃສ່​ແກ້​ໄຂ, ທ່ານ​ເນັ້ນໜັກ​ວ່າ:

   “ຕ້ອງ​ສົມທົບ​ບໍລິຫານ​ນະ​ໂຍບາຍ​ງົບປະມານ ​ແລະ ນະ​ໂຍບາຍ​ເງິນຕາ​ຢ່າງ​ມີ​ປະສິດທິ​ຜົນ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ປະກອບສ່ວນ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃກ້​ແກ່​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ, ຜ່ານ​ນັ້ນຈະຊຸກຍູ້, ຟື້ນ​ຟູ​ການ​ເຕີບ​ໂຕ​​ໃຫ້​ສູງ​ກ່ວາປີ 2013 ​ແລະ ພ້ອມ​ກັນ​ປະກອບສ່ວນ​ຊຸກຍູ້​ການ​ສ້າງ​ໂຄງປະກອບ​ເສດຖະກິດ​ຄືນ​ໃໝ່“.

  ບົນ​ເນື້ອ​ໃນ​ຈິດ​ໃຈ​ດັ່ງກ່າວ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕິ​ນຢຸງ ຮຽກຮ້ອງ​ການ​ປະສານ​ສົມທົບ​ລະຫວ່າງ​ຂະ​ແໜງ​ການ​ເງິນ ​ແລະ ທະນາຄານ, ສືບ​ຕໍ່​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ, ​ໂດຍ​ສະ​ເພາະ​ແມ່ນ​ອັດຕາ​ດອກ​ເບັ້ຍ​ເໝາະ​ສົມ, ອັດຕາ​ແລກປ່ຽນ​ເງິນຕາ​ເປັນ​ປົກກະຕິ, ຄວບ​ຄຸມ​ໄພ​ເງິນ​ເຟີ້​ຕາມ​ຈຸດໝາຍ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ເຕີບ​ໂຕ. ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕິ​ນຢຸງ ​ໃສ່​ໃຈ​ວ່າ: ຂະ​ແໜງ​ການ​ເງິນ​ຕ້ອງຕັ້ງໜ້າ​ເຊື່ອມ​ໂຍງ​ເຂົ້າກັບ​ສາກົນ, ພິ​ເສດ​ແມ່ນ​ໃນ​ການ​ສ້າງ​ບັນດາ​ວິທີ​ເຈ​ລະ​ຈາ​ກ່ຽວ​ກັບ​ພາສີ, ອາກອນ, ການ​ຄ້າ, ​ເປັນ​ເຈົ້າການສະ​ເໜີ​ບັນດາ​ມາດ​ຕະການ​ເພື່ອ​ຍູ້​ແຮງ​ການ​ສົ່ງ​ອອກ, ດຶງ​ດູດ​ເງິນ​ລົງທຶນ, ຈຳກັດ​ບັນດາ​ການ​ກະທົບ​ທີ່​ຫຍໍ້​ທໍ້​ໃນ​ວິວັດ​ການ​ເຊື່ອ​ມ​ໂຍງ​ຂອງ​ປະ​ເທດ​ຊາດ./.

 


ຂ່າວ/ບົດ​ອື່ນ