ເພີ່ມ​ທະ​ວີ​ການ​ສົມ​ທົບຜັນ​ຂະ​ຫຍາຍ​ແຜນ​ການ​ກະ​ທຳ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ພັດ​ທະ​ນາ​ອີ​ຕາ​ລີ - ອາ​ຊຽນ

(VOVWORLD) -ທ່ານ Alessandra Guidi ຮອງຜູ້ບັນຊາການຕຳຫຼວດອີຕາລີ ໄດ້ແບ່ງປັນບັນດາຄວາມສາມາດບົ່ມຊ້ອນໃນການຮ່ວມມື ລະຫວ່າງກຳລັງຕຳຫຼວດສອງພາກພື້ນໃນສະພາບການໂລກ ພວມປະເຊີນໜ້າກັບສິ່ງທ້າທາຍດ້ານຄວາມໝັ້ນຄົງແບບໃໝ່ຫຼາຍຢ່າງ, ເປັນຕົ້ນແມ່ນຜົນກະທົບຈາກໂລກລະບາດ Covid – 19. 

ເພີ່ມ​ທະ​ວີ​ການ​ສົມ​ທົບຜັນ​ຂະ​ຫຍາຍ​ແຜນ​ການ​ກະ​ທຳ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ພັດ​ທະ​ນາ​ອີ​ຕາ​ລີ  - ອາ​ຊຽນ - ảnh 1ທ່ານນາງ ຫງວຽນທິບິກເຫ້ວ ເອກອັກຄະລັດຖະທູດ ຫວຽດນາມກ່າວຄຳເຫັນທີ່ ະຖາບັນບຳລຸງສ້າງກຳລັງປະຕິບັດກົດໝາຍລະຫວ່າງຂະແໜງຂອງອີຕາລີ (ພາບ: TTXVN)

ໂດຍໄດ້ຮັບຄຳເຊື້ອເຊີນຂອງກະຊວງພາຍໃນ ແລະ ກະຊວງການຕ່າງປະເທດອີຕາລີ, ວັນທີ 25 ກັນຍາ, ຄະນະກຳມະການບັນດາປະເທດອາຊຽນປະຈຳ Rome (ACR) ໄດ້ໄປຢ້ຽມຢາມສະຖາບັນບຳລຸງສ້າງກຳລັງປະຕິບັດກົດໝາຍລະຫວ່າງຂະແໜງຂອງອີຕາລີ ເພື່ອພ້ອມກັນແລກປ່ຽນ ແລະ ກະກຽມໃຫ້ແກ່ກອງປະຊຸມສຸດຍອດນາຍຕຳຫຼວດ ອີຕາລີ - ອາຊຽນ ຄາດວ່າຈະດຳເນີນໃນລະຫວ່າງວັນທີ 9 – 13 ພະຈິກ ຈະມາເຖິງ ຢູ່ນະຄອນຫຼວງ Rome. ກອງປະຊຸມຈະມາເຖິງແມ່ນການເຄື່ອນໄຫວສຳຄັນທຳອິດຂອງອີຕາລີໃນແຜນການກະທຳຜັນຂະຫຍາຍການພົວພັນຄູ່ຮ່ວມມືພັດທະນາກັບ ອາຊຽນ.

        ນະທີ່ນີ້, ທ່ານ Alessandra Guidi ຮອງຜູ້ບັນຊາການຕຳຫຼວດອີຕາລີ ໄດ້ແບ່ງປັນບັນດາຄວາມສາມາດບົ່ມຊ້ອນໃນການຮ່ວມມື ລະຫວ່າງກຳລັງຕຳຫຼວດສອງພາກພື້ນໃນສະພາບການໂລກ ພວມປະເຊີນໜ້າກັບສິ່ງທ້າທາຍດ້ານຄວາມໝັ້ນຄົງແບບໃໝ່ຫຼາຍຢ່າງ, ເປັນຕົ້ນແມ່ນຜົນກະທົບຈາກໂລກລະບາດ Covid – 19. 

ໃນຖານະເປັນປະທານຄະນະກຳມະການ ACR, ທ່ານນາງ ຫງວຽນທິບິກເຫ້ວ ເອກອັກຄະລັດຖະທູດ ຫວຽດນາມ ໄດ້ຕາງໜ້າໃຫ້ບັນດາເອກອັກຄະລັດຖະທູດອາຊຽນປະຈຳ Rome ຢັ້ງຢືນວ່າ ຄະນະກຳມະການ ACR ຈະສົມທົບກັບບັນດາອົງການທີ່ມີໜ້າທີ່ຮັບຜິດຊອບອີຕາລີ ຢ່າງແໜ້ນແຟ້ນເພື່ອຮັບປະກັນຄວາມສຳເລັດຂອງກອງປະຊຸມສຸດຍອດ ນາຍຕຳຫຼວດ ອີຕາລີ - ອາຊຽນ, ປະກອບສ່ວນສ້າງໜ້າປະຫວັດສາດໃໝ່ໃຫ້ແກ່ການຮ່ວມມືລະຫ່ວາງສອງພາກພື້ນນັບມື້ນັບແທດຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ