ເພີ່ມທະວີການສົມທົບວຽກງານຖະແຫຼງຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບເຂດໄຕງວຽນ

ເພີ່ມທະວີການສົມທົບວຽກງານຖະແຫຼງຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບເຂດໄຕງວຽນ - ảnh 1
ກອງ​ປະຊຸມ​ສົມທົບວຽກ​ງານ​ຖະ​ແຫຼ​ງຂ່າວ​ກ່ຽວ​ກັບ​
ການ​ປ້ອ​ງກັນຊາດ, ປ້ອງ​ກັນ​ຄວາ​ມສະຫງົບ
(ພາບ: qdnd.vn)


(vovworld) – ບັນດາ​ກຳລັງ, ອົງການ​ທີ່​ມີໜ້າ​ທີ່, ທ້ອງ​ຖິ່ນ​ບັນດາ​​ແຂວງ​ໄຕ​ງວຽນ ຕ້ອງ​ສືບ​ຕໍ່​ກຳ​ແໜ້ນ​ທຸກ​ການ​ຜັນ​ແປ, ສະພາບ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ ​ເພື່ອ​ເປັນ​ເຈົ້າ​ການ​ສະກັດ​ກັ້ນ ​ແລະ ຕໍ່ສູ້​ເຮັດ​​ໃຫ້ທຸກການ​ເຄື່ອນ​ໄຫວຕ້ານ​ທຳລາຍ​ຖືກ​ປະລາ​ໄຊ. ນີ້​ແມ່ນ​ຄຳ​ສະ​ເໜີ​ຂອງ​ຄະນະ​ຊີ້​ນຳ​ເຂດ​ໄຕ​ງວຽນ ຖືກ​ຍົກ​ອອກ​ມາທີ່​ກອງ​ປະຊຸມ​ສົມທົບວຽກ​ງານ​ຖະ​ແຫຼ​ງຂ່າວ​ກ່ຽວ​ກັບ​ການ​ປ້ອ​ງກັນຊາດ, ປ້ອງ​ກັນ​ຄວາ​ມສະຫງົບ ​ເພື່ອ​ຮັບປະກັນ​ການ​ປ້ອງກັນຊາດ, ປ້ອງ​ກັນ​ຄວາ​ມສະຫງົບທົ່ວ​ເຂດ​ໄຕ​ງວຽນ 2014, ຖືກ​ດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 30/12, ຢູ່​ນະຄອນ​ບວນ​ເມ​ທວດ (ດັກ​ລັກ). ລະອຽດ​ແມ່ນ, ຄະນະ​ຊີ້​ນຳ​ເຂດ​ໄຕ​ງວຽນ ຮຽກຮ້ອງ​ໃຫ້​ບັນດາ​ທ້ອງ​ຖິ່ນສຸມ​ໃສ່​​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ຄວາມ​ສະຫງົບ​ດ້ານ​ການ​ເມືອງ, ຄວາມ​ສະຫງົບ​ເຂດ​ຊາຍ​ແດນ, ຄວາມ​ສະຫງົບ​ທາງ​ດ້ານສາສະໜາ… ບັນດາ​ກຳລັງ, ຫົວ​ໜ່ວຍ​ທີ່​ມີໜ້າ​ທີ່, ບັນດາ​ແຂວງ​ເຂດ​ໄຕ​ງວຽນ ຍົກ​ສູງ​ປະສິດທິ​ຜົນ​ການ​ສຶກສາອົບຮົມ, ຄຸ້ມ​ຄອງ​ບັນດາ​​ເປົ້າ​ໝາຍ FULRO ຖືກ​ປ່ອຍ​ຕົວ​ອອກ​ຈາກ​ຄຸກ, ບໍ່​ປະ​ໃຫ້​​ເກີດການກະທຳ​ຜິດຄືນ​ໃໝ່; ​ແກ້​ໄຂ​ບັນດາ​ບັນຫາ​ໃນ​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍຢ່າງ​ເຖິງ​ຖອງ.

ຂ່າວ/ບົດ​ອື່ນ