ເພີ່ມທະວີການສົມທົບວຽກງານລະຫວ່າງກະຊວງການຕ່າງປະເທດແລະຄະນະຊີ້ນຳເຂດຕາເວັນຕົກພາກໃຕ້

ເພີ່ມທະວີການສົມທົບວຽກງານລະຫວ່າງກະຊວງການຕ່າງປະເທດແລະຄະນະຊີ້ນຳເຂດຕາເວັນຕົກພາກໃຕ້ - ảnh 1
(ພາບປະກອບ)

(vovworld) – ​ ວັນ​ທີ 7/9 ຢູ່ ​ເກີນ​ເທີ, ຄະນະ​ປະຕິບັດ​ງານ​ຂອງ​ກະຊວງ​ການ​ຕ່າງປະ​ເທດ ​ໂດຍ​ທ່ານ ​ເລ​ຮ່ວາຍ​ຈຸ​ງ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ນຳ​ໜ້າ​ໄດ້ ​ເຮັດ​ວຽກ​ກັບ​ຄະນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້​ກ່ຽວ​ກັບ​ສະພາບ​ເສດຖະກິດ - ສັງຄົມ 8 ​ເດືອນ​ຕົ້ນ​ປີ 2015 ​ແລະ ບາງ​ຂົງ​ເຂດ​ວຽກ​ງານ​ໃນ​ໄລຍະ​ຜ່ານ​ມາ. ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ເລ​ຮ່ວາຍ​ຈຸ​ງ ​ເນັ້ນ​ໜັກ​ວ່າ: ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້​ພວມ​ຢືນຢູ່​ຕໍ່ໜ້າ​ກາລະ​ໂອກາດ​ໃຫຍ່​ໃນ​ການດຶງ​ດູດ​ບັນດາ​ແຫຼ່ງ​ເງິນລົງທຶນ​ພາຍ​ໃນ​ປະ​ເທດ ​ແລະ ຕ່າງປະ​ເທດ ​ເມື່ອ​ບັນດາ​ສັນຍາ​ການ​ຄ້າ​ເສລີ​ໄດ້​ຮັບ​ການ​ຮັບຮອງ​ເອົາ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ກະຊວງ​ການ​ຕ່າງປະ​ເທດ ຈະ​ເພີ່ມ​ທະວີ​ການສົມທົບ​ວຽກ​ງານ​ກັບ​ຄະນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້​ໃນ​ບັນດາ​ຂົງ​ເຂດ. ​ໃນ​ນັ້ນ, ກະຊວງ​ການ​ຕ່າງປະ​ເທດ ຈະ​ເຂົ້າ​ຮ່ວມ​​ໂຄສະນາ, ສົມທົບ​ກັບ​ຄະນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້​ໃນ​ການຈັດ​ຕັ້ງ​ກອງ​ປະຊຸມ​ສົ່ງ​ເສີມ​ການ​ລົງທຶນ​ທ່ອງ​ທ່ຽວ ຟູກ​໋ວກ​ໃນ​ທ້າຍ​ປີ 2015 ຢ່າງ​ຕັ້ງໜ້າ, ປີທ່ອງ​ທ່ຽວ​ແຫ່ງ​ຊາດ 2016 ຢູ່ ກຽນ​ຢາງ ​ແລະ ​ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດ​ເຂດທົ່ງພຽງ​ແມ່​ນ້ຳຂອງພາກ​ໃຕ້ ຫວຽດນາມ - MDEC ​ເຮົ້າ​ຢາງ 2016.

 

ຂ່າວ/ບົດ​ອື່ນ