ເພີ່ມທະວີການສື່ສານ,ໂຄສະນາ;ນຳປະມວນກົດໝາຍແພ່ງ,ປະມວນກົດໝາຍອາຍາ

ເພີ່ມທະວີການສື່ສານ,ໂຄສະນາ;ນຳປະມວນກົດໝາຍແພ່ງ,ປະມວນກົດໝາຍອາຍາ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ
ກ່າວ​ຄວາມ​ເຫັນ​ທີ່​ການ​ພົບ​ປະ
(ພາບ: TTXVN)

(vovworld) - ຕອນ​ຄຳ່​ວັນ​ທີ 17/12, ກະຊວງ​ຍຸຕິ​ທຳ​ ຈັດ​ຕັ້ງ​ການ​ພົບ​ປະ ​ເພື່ອຮັບຮອງ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າຂອງ​ຄະນະ​ຮຽບຮຽງ, ໜ່ວຍ​ບັນນາທິການ, ອົງການ​ຈັດ​ຕັ້ງ, ຜູ້​ຊ່ຽວຊານ, ນັກວິທະຍາສາດ ​ໃນ​ວິວັດ​ແຫ່ງ​ການ​ສ້າງ, ປັບປຸງຮ່າງປະມວນ​ກົດໝາຍ​ແພ່ງ (ສະບັບ​ປັບປຸງ) , ຮ່າງປະມວນ​ກົດໝາຍ​ອາຍາ (ສະບັບ​ປັບປຸງ), ​ເຊິ່ງສະພາ​ແຫ່ງ​ຊາດ​ຫາ​ກໍ່​ຮັບຮອງ​ເອົາ​ທີ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 10, ສະພາ​ແຫ່ງ​ຊາດ​ຫວຽດນາມຊຸດ​ທີ 13. ກ່າວ​ຄວາມ​ເຫັນ​ທີ່​ການ​ພົບ​ປະ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ສະ​ເໜີ​ກະຊວງ​ຍຸ​ຕິ​ທຳ ຮີບ​ເຮັ່ງ​ຍື່ນ​ສະ​ເໜີ​ຕໍ່​ລັດຖະບານ​ແຜນການ​ຜັນ​ຂະຫຍາຍ 2 ປະມວນ​ກົດໝາຍ​ນີ້, ​ໃນ​ນັ້ນ​ຊີ້​ແຈ້ງ​ແຕ່ລະ​ໜ້າ​ທີ່​​ເພື່ອໃຫ້​ແຕ່​ລະ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖີ່​ນປະຕິບັດ

ດ້ວຍ​ຂັ້ນ​ຕອນ​ລະອຽດ.

        “ບັນດາ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ, ດ້ວຍ​ບົດບາດ​ໜ້າ​ທີ່​ເຊິ່ງ​ໄດ້​ຮັບ​ມອບ​ໝາຍ ຄວນ​ຈັດ​ຕັ້ງ​ການ​ໂຄສະນາ, ​ເຜີຍ​ແຜ່​ປະມວນ​ກົດໝາຍ 2 ສະບັບ​ນີ້​ເຖິງ​ປະຊາຊົນຢ່າງ​ກວ້າງຂວາງ. ຂ້າພະ​ເຈົ້າ​ສະ​ເໜີ​ບັນດາສຳນັກ​ຂ່າວສານ​ສື່​ມວນ​ຊົນ ​ເພີ່ມ​ທະວີ​ການ​ສື່ສານ, ​ໂຄສະນາ​ 2 ປະມວນ​ກົດໝາຍ​ນີ້. ບັນດາ​ກະຊວງ, ຂະ​ແໜງ​ການ, ສານ, ​ໄອ​ຍະ​ການ ປະກາດ​ໃຊ້​ຂໍ້​ກຳນົດ​​​ແນະນຳ     ກ່ຽວ​ກັບ​ການ​ປະຕິບັດ​ຢ່າງ​ລະອຽດ,  ຮັບປະກັນ​ຄຸນ​ນະ

ພາ​ບ ​ແລະ ຄວາມ​ຄືບ​ໜ້າ. ພິ​ເສດ, ກະຊວງ​ຍຸຕິ​ທຳ​ຕິດຕາມ​ເລື່ອງ​ຜັນ​ຂະຫຍາຍ​ການ​ປະຕິບັດ​ເປັນ​ປະຈຳ, ຖ້າ​ຫາກ​ເກີດ​ບັນຫາ​ໃດໜຶ່ງ​ລາຍ​ງານ​ຕໍ່​ນາຍົກລັດຖະມົນຕີຢ່າງທັນ​ການ“.

ຂ່າວ/ບົດ​ອື່ນ