ເພີ່ມທະວີການສອນພາສາຫວຽດໃຫ້ຊາວຫວຽດນາມຢູ່ຕ່າງປະເທດ

ເພີ່ມທະວີການສອນພາສາຫວຽດໃຫ້ຊາວຫວຽດນາມຢູ່ຕ່າງປະເທດ - ảnh 1
(ພາບປະກອບ)

(vovworld)- ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫາກໍ່​ອະ​ນຸ​ມັດ​ແຜນ​ຮ່າງ “ເພີ່ມ​ທະ​ວີ​ການ​ສອນ​ພາ​ສາ​ຫວຽດ ທາງ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ​ ໃຫ້​ຊາວ​ຫວຽດ​ນາມ ​ຢູ່​ຕ່າງ​ປະ​ເທດ”. ແຜນ​ຮ່າງເພື່ອ​ແນ​ໃສ່​ກໍ່​ສ້າງ ແລະ ຮັກ​ສາ​​ລາຍ​ການ​ສອນ​ພາ​ສາ​ຫວຽດ​ ​ທາງ​ເຄືອ​ຂ່າຍອິນ​ເຕີ​ເນັດ​ໂດຍພື້ນ​ຖານ, ແທດ​ຈິງ, ມີ​ປະ​ສິດ​ທິ​ຜົນ, ເໝາະ​ສົມ, ສຳຜັດ​​ງ່າຍ ໃຫ້​ຊາວ​ຫວ​ຽດນາມ ຢູ່​ຕ່າງ​ປະ​ເທດ, ຊ່ວຍ​ໃຫ້​ບັນ​ດາ​ຊາວ​ຫວຽດ​ນາມ​ລຸ່ນ​ຕ່າງໆ ຢູ່​ຕ່າງ​ປ​ະ​ເທດ, ເປັນ​ຕົ​້ນ​ແມ່ນ​ຄົນ​ລຸ່ນ​ໝຸ່ມ ທີ່​​ຮູ້ພາ​ສາ​ຫວຽດ​​ຢ່າງ​ພຽງພໍ ເພື່ອ​ນຳ​ໃຊ້ເປັນ​ປະ​ຈຳ, ປະ​ກອບ​ສ່ວນ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ ສະ​ຕິອ​ວ່າຍ​ໜ້າ​ເມືອ​ຫາ​ກົກ​ເຄົ້າ​ເຫງົາ​ກໍ, ບ້ານ​ເກີດ​ເມືອງນອນ, ປະ​ເທດ​ຊາດ, ຮັກ​ສາ​​ສີ​ສັນ​ຊາດ. ແຜນ​ຮ່າງ​ຈະ​ສ້າງ​ລາຍ​ການ​ສອນ​ພາ​ສາ​ຫວຽດ​ຂັ້ນ​ພື້ນ​ຖານ ຕາມ​ 6 ລະ​ດັບ; ຮຽບ​ຮຽງ​ປື້ມ​ແບບ​ຮຽນ, ລະ​ບົບ​ບົດ​ສອນ, ​ບົດ​ຝອກ​ຫັດ, ເຄື່ອງ​ມື​ກວດ​ກາ​ຕີ​ລາ​ຄາ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ. ແຜນ​ຮ່າງ​ຮຽບ​ຮຽງ​ບັນ​ດາ​ລາຍ​ການ, ເອ​ກະ​ສານ​ສອນ​ພາ​ສາ​ຫວຽດ ຕາມ​ຫົວ​​ເລື່ອງ, ຫົວ​ຂໍ້​ທົ່ວ​ໄປ ເຊັ່ນ: ລາຍ​ການ​ພັດ​ທະ​ນາ, ​ໄປ​ຝຶ​ກ​ຫັດ​ພາ​ສາ​ຫວຽດ (ດັດ​ສຽງ​ພາ​ສາ​ຫ​ວຽດ); ເອ​ກະ​ສານ​ສອນ​ພາ​ສາ​ຫວຽດສອງ​ພາ​ສາ ຫວຽດ-ອັງ​ກິດ; ເອ​ກະ​ສານ​ພາ​ສາ​ຫວຽດ​ວິ​ຊາ​ສະ​ເພາະ​ຜ່ານພາ​ສາ​, ວັດ​ທະ​ນະ​ທຳ, ​​ສີ​ລະ​ປະພື້ນ​ເມືອງ, ວິ​ທະ​ຍາ​ສາດ-ເຕັກ​ນິກ, ວິ​ທະ​ຍາ​ສາດສັງ​ຄົມ ແລະ ​ມະ​ນຸດສາດ; ສ້າງປະ​ຕູ​ຖານ​ຂໍ້​ມູນ​ ສອນ ແລະ ຮຽນ​ພາ​ສາ​ຫວຽດ ​ທາງ​ເຄືອ​ຂ່​າຍ​ອີນ​ເຕີ​ເນັດ.

 

ຂ່າວ/ບົດ​ອື່ນ