ເພີ່ມທະວີການສະໜອງນຳ້ສະອາດແລະຮັກສາສິ່ງແວດລ້ອມຢູ່ຫວຽດນາມ

ເພີ່ມທະວີການສະໜອງນຳ້ສະອາດແລະຮັກສາສິ່ງແວດລ້ອມຢູ່ຫວຽດນາມ - ảnh 1
ພາບປະກອບ

(vovworld) – ວັນ​ທີ 27/5, ທະນາຄານ​​ໂລກ​ປະຈຳ ຫວຽດນາມ ​ໃຫ້​ຮູ້​ວ່າ: ຄະນະ​ຜູ້ອຳນວຍການ​ບໍລິຫານ​ຂອງ​ທະນາຄານ​ໂລກ ຫາ​ກໍ່​ອະນຸມັດ​ຜ່ານ​ບ້ວງ​ເງິນ​ເພີ່ມ​ເຕີມ​ທີ່​ມີ​ມູນ​ຄ່າ 119 ລ້ານ USD ​ໃຫ້​ໂຄງການ​ເບື້ອງຕົ້ນ​ໂດຍ​ຄະນະ​ຜູ້ອຳນວຍການ​ບໍລິຫານ​ງານ​ຂອງ​ທະນາຄານ​​ໂລກ​​ໂດຍ​ອະນຸມັດ​ເມື່ອ​ເດືອນ 5/2011, ອຸປະຖຳ​​​ໃຫ້​ແກ່ 7 ​ໂຄງການສະໜອງ​ນຳ້ ​ແລະ ບຳບັດ​ນຳ້​ເສຍຂະໜາດນ້ອຍຢູ່ 10 ​ແຂວງ, ດ້ວຍ​ຂອບ​ຂະໜາດ​ປະຊາກອນ​ສະ​ເລ່ຍ 100.000 ຄົນ​ຢູ່​ເຂດ​ໃຈກາງ​ຕົວ​ເມືອງ. ​ບ້ວງ​ເງິນ​ເພີ່​ມ​ເຕີມ​ໃຫ້​ໂຄງການ​ສະໜອງ​ນຳ້ ​ແລະ ​ບຳບັດ​ນຳ້​ເສຍ​ຢູ່ ຫວຽດນາມ ຈະ​ໄດ້​ຮັບ​ການ​ນຳ​ໃຊ້​ໃຫ້​ໂຄງການ​ນ້ອຍ​ບຳບັດ​ນຳ້​ເສຍ ​ແລະ ລະບາຍ​ນຳ້​ຢູ່​ແຂວງ ບີ່​ງ​ເຢືອງ.


ຂ່າວ/ບົດ​ອື່ນ