ເພີ່ມ​ທະ​ວີ​ການ​ຫ​ນູນ​ຊ່ວຍ​ນັກ​ຮຽນ, ນັກ​ສຶກ​ສາ, ຊາ​ວ​ຫ​ນຸ່ມ​ຫວຽດ​ນາມ ຢູ່ ຕ່າງ​ປະ​ເທດ

(VOVWORLD) -ຕອນບ່າຍວັນທີ 13 ມີນາ, ຄະນະເລຂາສູນກາງຊາວຫນຸ່ມຫວຽດນາມ ໄດ້ຈັດຕັ້ງກອງປະຊຸມແລກປ່ຽນວຽກງານທາງອອນລາຍກັບ ສະມາຄົມນັກສຶກສາຫວຽດນາມ, ສະມາຄົມຊາວຫນຸ່ມ ນັກສຶກສາ ຫວຽດນາມ, ຄະນະຊາວຫນຸ່ມ ກອມມູນິດ ຫວຽດນາມ ຢູ່ ຕ່າງປະເທດ.
ເພີ່ມ​ທະ​ວີ​ການ​ຫ​ນູນ​ຊ່ວຍ​ນັກ​ຮຽນ, ນັກ​ສຶກ​ສາ, ຊາ​ວ​ຫ​ນຸ່ມ​ຫວຽດ​ນາມ ຢູ່ ຕ່າງ​ປະ​ເທດ - ảnh 1ສະຫາຍ ບຸ່ຍກວາງຮຸຍ ເລຂາຜູ້ປະຈຳການສູນກາງຊາວໜຸ່ມ, ປະທານສະມາຄົມນັກສຶກສາ ຫວຽດນາມ (ພາບ: TTXVN)

ນະທີ່ນີ້ ບັນດາຜູ້ແທນໄດ້ປຶກສາຫາລື ແລກປ່ຽນ ກ່ຽວກັບບັນດາການເຄື່ອນໄຫວ ຮູບແບບດີເດັ່ນມຸ່ງເຖິງນັກສຶກສາຫວຽດນາມ ຢູ່ ຕ່າງປະເທດ, ຄວາມຫຍຸ້ງຍາກ, ສະດວກໃນການຈັດຕັ້ງ ແລະ ສ້າງສະມາຄົມນັກສຶກສາ, ຊາວຫນຸ່ມ ຢູ່ ຕ່າງປະເທດ; ຮັບຟັງຄວາມມຸ່ງມາດປາດຖະຫນາຂອງຜູ້ຕາງຫນ້ານັກສຶກສາຫວຽດນາມ ຢູ່ ຕ່າງປະເທດ ໃນສະພາບໂລກລະບາດໂຄວິດ 19.

ສະຫາຍ ບູ່ຍກວາງຮູຍ ເລຂາຜູ້ປະຈຳສູນກາງຊາວຫນຸ່ມ ປະທານ ສະມາຄົມນັກສຶກສາຫວຽດນາມ ຢືນຢັນ ສູນກາງສະມາຄົມນັກສຶກສາຫວຽດນາມ, ສະຫະພັນຊາວຫນຸ່ມ ຫວຽດນາມ ຈະສືບຕໍ່ເອົາໃຈໃສ່ ກຳນົດທິດ ຫນູນຊ່ວຍ ຄະນະຊາວຫນຸ່ມ ແລະ ສະມາຄົມນັກສຶກສາຫວຽດນາມ ຢູ່ ຕ່າງປະເທດ ເພື່ອໃຫ້ພວກເພື່ອນມີໂອກາດໄດ້ເຂົ້າຮ່ວມການເຄື່ອນໄຫວຂອງຄະນະຊາວຫນຸ່ມ ຫລາຍກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ