ເພີ່ມທະວີການຮັບ ປະກັນຫຼັກອະນາ ໄມຄວາມປອດໄພ ໃນການອອກແຮງງານ


ເພີ່ມທະວີການຮັບ ປະກັນຫຼັກອະນາ ໄມຄວາມປອດໄພ ໃນການອອກແຮງງານ - ảnh 1

(ພາບ: .trt.com.vn)

 (vovworld)- ຕອນເຊົ້າວັນທີ 17/3, ຢູ່ນະຄອນເຫ້ວ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ສົມທົບກັບອົງການອອກແຮງງານສາກົນ (ILO) ​ແລະ ອົງການ​ເຄືອ​ຂ່າຍ​ຫຼັກອະນາ​ໄມຄວາມ​ປອດ​ໄພ​​ໃນ​ການແຮງ​ງານ​ອາ​ຊຽນ ​ໄດ້​ຈັດ​ກອງ​ປະຊຸມ​ສຳ​ມະ​ນາ “ຊຸກຍູ້​ນະ​ໂຍບາຍ​ແຫ່ງ​ຊາດ​ກ່ຽວ​ກັບລັກ​ອະນາ​ໄມ​ຄວາມ​ປອດ​ໄພ​ໃນ​ການ​ອອກ​ແຮງ​ງານ ​ແລະ ສົນທິສັນຍາ 178“ ກ່ຽວ​ກັບ​ນະ​ໂຍບາຍ​ແມ່​ນຊຸກຍູ້ ຫຼັກອະນາ​ໄມຄວາມ​ປອດ​ໄພ​​ໃນ​ການການ​ອອກແຮງ​ງານຂອງອົງການແຮງງານ ສາກົນ (ILO). ບັນດາ​ບົດ​ປະກອບ​ຄວາມ​ເຫັນທີ່​ກອງ​ປະຊຸມ​ສຳ​ມະ​ນາ ​ໄດ້​ແບ່ງປັນ​ບົດຮຽນ​ໃນ​ການ​ປະຕິບັດຫຼັກອະນາ​ໄມຄວາມ​ປອດ​ໄພ​​ໃນ​ການອອກແຮງ​ງານ ກໍ່​ຄື​ການ​ຜັນ​ຂະຫຍາຍ​ການ​ປະຕິບັດສົນທິສັນຍາ 178 ຢູ່ຫວຽດນາມ ​ແລະ ບັນດາ​ປະ​ເທດ​ອາ​ຊຽນ ຢ່າງ​ມີ​ປະສິດທິ​ຜົນ. ທ່ານ​ບຸ່ຍຮົ່ງລິ້ງ ຮອງ​ລັດຖະມົນຕີກະຊວງ ແຮງງານ, ທະຫານ ເສຍອົງຄະ ແລະ ສັງຄົມ ​ໃຫ້​ຮູ້​ວ່າ:

   “​ເພື່ອ​ປະຕິບັດ​ວຽກ​ງານ​ຮັບປະກັນຫຼັກອະນາ​ໄມຄວາມ​ປອດ​ໄພ​​ໃນ​ການອອແຮງ​ງານ , ປົວ​ແປງ​ຊີວິດ​ຂອງ​ຜູ້​ອອກ​ແຮງ​ງານ ​ແລະ ສະພາບ​ແວດ​ລ້ອມ​ການ​ອອກ​ແຮງ​ງານ, ຫວຽດນາມ ​ໄດ້​ຍົກ​ອອກ​ມາດຖານ ​ແລະ ການ​ກະທຳ, ນັ້ນ​ແມ່ນ​ແຕ່​ລະວຽກ​ເຮັດ, ​ແຕ່ລະຄົນ​ໃນ​ສັງຄົມ​ ຕອ້ງມີ​ຈິນຕະນາການ, ​ແນວ​ຄວາມ​ຄິດ, ການ​ກະທຳ​ເພື່ອ​ຈຸດໝາຍ​ບໍ່​ໃຫ້​ເກີດ​ອຸບັດ​ຕິ​ເຫດ, ​ໄຟ​ໄໝ້ ​ແລະ ຕ້ອງ​ຮັບປະກັນ​ຄວາມ​ປອດ​ໄພ​ຢູ່​ບ່ອນ​ເຮັດ​ວຽກ“./.

ຂ່າວ/ບົດ​ອື່ນ