ເພີ່ມທະວີການຮ່ວມມື, ບຳລຸງສ້າງພະນັກງານການເມືອງລະຫວ່າງ ຫວຽດນາມ ແລະ ລັດເຊຍ

ເພີ່ມທະວີການຮ່ວມມື, ບຳລຸງສ້າງພະນັກງານການເມືອງລະຫວ່າງ ຫວຽດນາມ ແລະ ລັດເຊຍ - ảnh 1
ສະຖານ​ບັນ​ການ​ເມືອງ - ການ​ປົກຄອງ​ແຫ່ງ​ຊາດ ​ໂຮ່ຈີ​ມິນ
(ພາບປະກອບ)

(vovworld) – ວັນ​ທີ 27/5, ສາດສະດາ​ຈານ, ດຣ ຕະງອກ​ເຕີ໋ນ, ຫົວໜ້າ​ສະຖານ​ບັນ​ການ​ເມືອງ - ການ​ປົກຄອງ​ແຫ່ງ​ຊາດ ​ໂຮ່ຈີ​ມິນ ​ໄດ້ນຳ​ໜ້າ​ຄະນະ​ຜູ້​ແທນ​ສະ​ຖາ​ບັນ​​ໄປຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ການ​ນຳ​ສະ​ຖາ​ບັນ​ເສດຖະກິດ​​ແຫ່ງ​ຊາດ ​ແລະ ການ​ປົກຄອງ ລັດ​ເຊຍ ຂຶ້ນ​ກັບ​ປະທານາທິບໍດີ ​ແລະ ສະ​ຖາ​ບັນ​ຕາ​ເວັນ​ອອກ​ໄກ ຂຶ້ນ​ກັບສະ​ຖາ​ບັນ​ມະຫາບັນດິດ​ວິທະຍາສາດ​ສະຫະພັນ​ລັດ​ເຊຍ. ທີ່​ສະ​ຖາ​ບັນ​ເສດຖະກິດ​ແຫ່ງ​ຊາດ​ ​ແລະ ການ​ປົກຄອງ ລັ​ດ​ເຊຍ​ຂຶ້ນ​ກັບ ປະທານາທິບໍດີ, ຄະນະ​ຜູ້​ແທນ​ສະ​ຖາ​ບັນ​ການ​ເມືອງ - ການ​ປົກ​ຄອງ​ແຫ່ງ​ຊາດ ​ໂຮ່ຈີ​ມິນ ​ມີ​ການ​ແລກປ່ຽນ ກັບ​ການ​ນຳ​ໂຮງຮຽນ​ກ່ຽວ​ກັບ​ຄວາມ​ສາມ​າດບົ່ມ​ຊ້ອນ​​ໃນ​ການ​ຮ່ວມ​ມື​ລະຫວ່າງ 2 ສະ​ຖາ​ບັນ​ໃນ​ອະ​ນາ​ຄົດ. 2 ຝ່າຍ​ໄດ້​ເຊັນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງສະ​ຖາ​ບັນ 2 ​ແຫ່ງ.

    ທີ່​ສະ​ຖາ​ບັນ​ຕາ​ເວັນ​ອອກ​ໄກ ຂຶ້ນ​ກັບສະ​ຖາ​ບັນມະຫາບັນດິດ​ວິທະຍາສາດ​ສະຫະພັນ ລັດ​ເຊຍ, ຄະນະ​ຜູ້​ແທນ​ສະ​ຖາ​ບັນ​ການ​ເມືອງ - ການ​ປົກຄອງ​ແຫ່ງ​ຊາດ ​ໂຮ່ຈີ​ມິນ ​ໄດ້​ແລກປ່ຽນ​ກັບສະມາຊິກ​ສະ​ຖາ​ບັນ​ມະຫາບັນດິດ, ຫົວໜ້າ​ສະ​ຖາ​ບັນຕາ​ເວັນ​ອອກ​ໄກ ທ່ານ Mikhail Titarenko ​ແລະ ບັນດາ​ນັກ​ຄົ້ນ​ຄ້ວາ ຫວຽດນາມ​ຂຶ້ນ​ກັບ​ສູນ​ຄົ້ນ​ຄ້ວາ ຫວຽດນາມ ​ແລະ ອາຊຽນ. 2 ຝ່າຍ​ໄດ້​ແນະນຳ​ບັນດາ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຮ່ວມ​ມື​ໃນ​ການບຳລຸງ​ສ້າງ​ບັນດາ​ພະນັກງານຄົ້ນ​ຄ້ວາ​ວິທະຍາສາດ​ເວົ້າ​ລວມ ​ແລະ ຄົ້ນ​ຄ້ວາ ຫວຽດນາມ ​ເວົ້າ​ສະ​ເພາະ, ພິ​ເສດ​ແມ່ນ​ເລື່ອງ​ສ້າງ​ຕັ້ງ​ສະ​ຖາ​ບັນຄົ້ນ​ຄ້ວາ ​ໂຮ່ຈີ​ມິນ ຢູ່​ສະ​ຖາ​ບັນ​ຕາ​ເວັນ​ອອກ​ໄກ. ຄະນະ​ມີ​ແຜນການ​ຈະ​ໄປຢ້ຽມຢາມ Minsk (​ເບ​ລາຣຸດ) ​ແລະ St. Peterburg ​ເພື່ອ​ແລກປ່ຽນ, ຊອກ​ຮູ້ບັນດາ​​ເພື່ອນ​ຮ່ວມ​ອາຊີບ​ໃນ​ຂົງ​ເຂດ​ຄຸ້ມ​ຄອງ ​ແລະ ບໍລິຫານ.

ຂ່າວ/ບົດ​ອື່ນ