ເພີ່ມທະວີການຮ່ວມມື ລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ແດນມາກ

ເພີ່ມທະວີການຮ່ວມມື ລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ແດນມາກ - ảnh 1

ປະ​ທ່ານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ຕ້ອ​ນຮັບທ່ານ​ປະທານ​ສະພາ​ແຫ່ງ​ຊາດ Mogenes Lykkatoft

(ພາບ: tapchicongsan.org.vn)

ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ, ວັນ​ທີ 6/3, ຢູ່​ຮ່າ​ໂນ້ຍ, ຄະນະ​ຜູ້​ແທນ​ຂັ້ນສູງສະພາ​ແຫ່ງ​ຊາດ​ແດນ​ມາກ ​ໂດຍ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Mogenes Lykkatoft ນຳ​ໜ້າ ​ໄດ້​ເຮັດ​ວຽກກັບ​ຄະນະ​ຜູ້​ແທນ​ບັນດາ​ກຳມາ​ທິການ​ຂອງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໂດຍ​ທ່ານ ​ເຈີ່ນ​ວັນ​ຮັ່ງ ປະທານ​ກຳມາ​ທິການ​ການ​ກັບ​ຕ່າງປະ​ເທດ ນຳໜ້າ. ທ່ານປະທານ​ກຳມາ​ທິການ​ພົວພັນ​ກັບ​ຕ່າງປະ​ເທດເຈີ່ນ​ວັນ​ຮັ່ງ ​ເຊື່ອໝັ້ນວ່າ ການ​ຢ້ຽມຢາມ​ຂອງ​ຄະນະ​ຈະ​ປະກອບສ່ວນ​ຊຸກຍູ້ ​ແລະ​ ເຮັດ​ໃຫ້​ສາຍ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ-​ແດນ​ມາກ​ເລິກ​ເຊີ່ງ​ຂຶ້ນ​ຕື່ມ. ການ​ເພີ່ມ​ທະວີ​ການ​ພົວພັນຮ່ວມ​ມື​ລະຫວ່າງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ແລະ ​ສະພາ​ແຫ່ງ​ຊາດ​ແດນ​ມາກ ຈະ​ເປີດ​ແງ່​ຫວັງ​ໃໝ່​ໃນ​ການ​ພົວພັນ​ສອງ​ຝ່າຍ ກໍ​ຄື​ໃນ​ການ​ພົວພັນ​ລະຫວ່າງ​ພາກ​ພື້ນ ​ແລະ ສາກົນ. ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ຈະ​ແບ່ງປັນ​ບົດຮຽນ​ຊື່​ງກັນ ​ແລະ ກັນ ​ແລະ​ ພ້ອມ​ກັນ​ສ້າງ​ບັນດ​າມາດ​ຕະການ​ພື້ນຖານ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ຫວຽດນາມ-​ອີ​ຢູ. ​ໃນ​ວັນ​ດຽວ​ກັນ, ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດແດນ​ມາກ Mogenes Lykkatoft ​ໄດ້​ເຂົ້າຢ້ຽມ​ຂ່ຳນັບ​ສຸສານ​ປະທານ​ໂຮ່ຈິ​ມິນ, ​ໄປ​ຢ້ຽມຢາມ​ບ່ອນຢູ່ ​ແລະ ​ບ່ອນ​ເຮັດ​ວຽກ​ຂອງ​ເພີ່ນ.

 

ຕອບກັບ

ຂ່າວ/ບົດ​ອື່ນ