ເພີ່ມທະວີການຮ່ວມມື ລະຫວ່າງສະພາແຫ່ງຊາດ ຫວຽດນາມ-ມາເລເຊຍ


ເພີ່ມທະວີການຮ່ວມມື ລະຫວ່າງສະພາແຫ່ງຊາດ ຫວຽດນາມ-ມາເລເຊຍ - ảnh 1

ທ່ານ​ປະທານ​ສະພາ​ສູງ​ມາ​ເລ​ເຊຍ Abu Zahar Ujang​ ​ແລະ

ທ່ານຮອງປະທານຫ້ອງວ່າການສະພາແຫ່ງຊາດຫວຽດນາມ ເທິນດຶກດາມ

(ພາບ: Kim Dung/Vietnam+ )

(vovworld)- ​ ວັນ​ທີ 6/12, ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໂດຍ​ທ່ານ ​ເທິ​ນດຶກ​ດາມ ຮອງ​ປະທານ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ​ຫວຽດນາມ ນຳ​ໜ້າ ​ໄດ້ສິ້ນ​ສຸດ​ການ​ຢ້ຽມຢາມ​ມາ​ເລ​ເຊຍ​ແຕ່ວັນ​ທີ 4-6/12. ​ໃນ​ໄລຍະ​ຢູ່​ຢ້ຽມຢາມ, ຄະນະ​ໄດ້​ພົບ​ປະ​ກັບ​ທ່ານ​ປະທານ​ສະພາ​ສູງ​ມາ​ເລ​ເຊຍ Abu Zahar Ujang. ທ່ານ​ປະທານ​ສະພາ​ສູງ​ມາ​ເລ​ເຊຍ ​ໃຫ້​ຮູ້​ວ່າ: ການ​ພົວພັນ​ດ້ານ​ການ​ຄ້າ​ສອງ​ຝ່າຍ​ລະຫວ່າງ ຫວຽດນາມ-​ມາເລເຊຍ ນັບ​ມື້ນັບ​ໄດ້​ຮັບ​ການ​ພັດທະນາ​ດ້ວຍ​ວົງ​ເງິນ​ສອງ​ສົ້ນບັນລຸ 5,4 ຕຶ້​ໂດ​ລາ​ສະຫະລັດ​ໃນ 6 ​ເດືອນ​ຕົນປີ 2014. ທ່ານ​ປະທານ​ສະພາ​ສູງ​ມາ​ເລ​ເຊຍ ປາດ​ຖະໜາ​ວ່າ ຫວຽດນາມ-​ມາເລເຊຍ ຈະ​ເພີ່ມ​ທະວີ​ການ​ແລກປ່ຍນບັນດາ​ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດ ​ເພື່ອ​ແນ​ໃສ່​ແລກປ່ຽນ​ບົດຮຽນ​ດ້ານ​ນິຕິບັນຍັດ.

  ສ່ວນທ່ານເທິ​ນດຶກ​ດາມ ຮອງ​ປະທານ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ​ຫວຽດນາມ ປະກາດ​​ເລື່ອງ​ຫວຽດນາມ ຈະຈັດກອງ​ປະຊຸມ​ສະມັດຊາ​ໃຫ່ຍ​ລັດຖະສະພາ​ລະຫວ່າງ​ຊາດໂລກ (IPU) ຄັ້ງທີ 132 ​ໃນ​ເດືອນ 3/2015 ຈະ​ມາ​ເຖິງ ​ແລະ ປາດ​ຖະໜາ​ວ່າຝ່າຍມາເລເຊຍ ຈະສົ່ງ​ຄະນະ​ຜູ້​ແທນ​ຂອງ​ຕົນ​ມາ​ເຂົ້າຮ່ວມ./.

ຂ່າວ/ບົດ​ອື່ນ