ເພີ່ມທະວີການຮ່ວມມື ຫວຽດນາມ - ການາດາ ໃນຂົງເຂດການປ່ຽນແປງຂອງດິນຟ້າອາກາດ

(VOVWORLD) - ທ່ານລັດຖະມົນຕີ ດັ້ງກວກແຄງ ໃຫ້ຮູ້ວ່າ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດແມ່ນບຸລິມະສິດແຖວໜ້າຂອງ ຫວຽດນາມ
ເພີ່ມທະວີການຮ່ວມມື ຫວຽດນາມ - ການາດາ ໃນຂົງເຂດການປ່ຽນແປງຂອງດິນຟ້າອາກາດ - ảnh 1ທ່ານເອກອັກຄະລັດຖະທູດ ການາດາ ປະຈຳ ຫວຽດນາມ Shawn Steil
(ພາບ: TTXVN)

        ວັນທີ 22 ສິງຫາ, ຢູ່ ຮ່າໂນ້ຍ, ທ່ານລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຫວຽດນາມ ດັ້ງກວກແຄງ ໄດ້ເຮັດວຽກກັບທ່ານເອກອັກຄະລັດຖະທູດ ການາດາ ປະຈຳ ຫວຽດນາມ Shawn Steil, ກ່ຽວກັບການຮ່ວມມືໃນຂົງເຂດການປ່ຽນແປງຂອງດິນຟ້າອາກາດ ແລະ ບາງເນື້ອໃນທີ່ກ່ຽວຂ້ອງ.

 ທ່ານລັດຖະມົນຕີ ດັ້ງກວກແຄງ ໃຫ້ຮູ້ວ່າ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດແມ່ນບຸລິມະສິດແຖວໜ້າຂອງ ຫວຽດນາມ; ທ່ານປາດຖະໜາວ່າ ທ່ານເອກອັກຄະລັດຖະທູດ Shawn Steil ສືບຕໍ່ເອົາໃຈໃສ່, ຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ ແລະ ການາດາ ໃນບັນດາຂົງເຂດສິ່ງແວດລ້ອມ ແລະ ການປ່ຽນແປງຂອງດິນຟ້າອາກາດ; ສະເໜີໃຫ້ ການາດາ ສົມທົບກັບກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຫວຽດນາມ ແລະ ບັນດາອົງການທີ່ກ່ຽວຂ້ອງຢ່າງແໜ້ນແຟ້ນ ເພື່ອຊ່ວຍໃຫ້ ຫວຽດນາມ ຜັນຂະຫຍາຍຖະແຫຼງການການເມືອງສ້າງຕັ້ງການພົວພັນຄູ່ຮ່ວມມືຫັນປ່ຽນພະລັງງານຢ່າງຍຸຕິທຳ (JETP) ຢ່າງມີປະສິດທິຜົນ, ປະຕິບັດຄຳໝັ້ນສັນຍາການປ່ອຍອາຍພິດລົງ 0 ໃນປີ 2050. ພ້ອມທັງ, ສົມທົບກັບ ຫວຽດນາມ ສ້າງແຜນການລະດົມແຫຼ່ງກຳລັງຜັນຂະຫຍາຍ JETP; ໃນນັ້ນ, ສຸມໃສ່ເຂົ້າບັນຊີລາຍຊື່ໂຄງການຮັບບຸລິມະສິດ, ບັນດາເງື່ອນໄຂໃຫ້ກູ້ຢືມດ້ວຍຄ່າດອກເບ້ຍຕ່ຳໃນຂອບເຂດ JETP.

        ສ່ວນຝ່າຍ ການາດາ, ທ່ານເອກອັກຄະລັດຖະທູດ Shawn Steil ຖືວ່າ, ປີ 2023 ສອງປະເທດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ແມ່ນປີມີຄວາມໝາຍພິເສດເພື່ອເພີ່ມທະວີຊຸກຍູ້ການຮ່ວມມື 2 ຝ່າຍ, ພິເສດແມ່ນໃນຂົງເຂດສິ່ງແວດລ້ອມ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ຕອບກັບ

ຂ່າວ/ບົດ​ອື່ນ