ເພີ່ມ​ທະ​ວີ​ການຮ່ວມ​ມື ຫວຽດນາມ - ລາວ

(VOVWORLD) - ໂດຍຕອບສະໜອງຕາມຄຳເຊີນຂອງທ່ານຮອງນາຍົກລັດຖະມົນຕີ ລາວ ບຸນທອງ ຈິດມະນີ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮ່ວາບີ່ງ ໄດ້ໄປຮອດນະຄອນຫລວງວຽງຈັນ, ເລີ່ມຕົ້ນການຢ້ຽມຢາມ ແລະ ເຮັດວຽກ ຢູ່ ສ.ປ.ປ ລາວ ໃນລະຫວ່າງວັນທີ 10-12 ທັນວາ. 
ເພີ່ມ​ທະ​ວີ​ການຮ່ວມ​ມື ຫວຽດນາມ - ລາວ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີ່ງ ເຂົ້າຢ້ຽມຄຳນັບປະທານສະພາແຫ່ງຊາດລາວ ທ່ານນາງ  ປານີ ຢາທໍ່ຕູ້ (ພາບ: TTXVN)

ຕອນບ່າຍວັນທີ 10 ທັນວາ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີ່ງ ໄດ້ເຂົ້າຢ້ຽມຄຳນັບປະທານສະພາແຫ່ງຊາດລາວ ທ່ານນາງ  ປານີ ຢາທໍ່ຕູ້ ແລະ ພົບປະເຈລະຈາກັບທ່ານຮອງນາຍົກລັດຖະມົນຕີ ລາວ ບຸນທອງ ຈິດມະນີ.

ທີ່ການພົບປະ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີ່ງ ຢັ້ງຢືນວ່າ ຈະສືບຕໍ່ຊຸກຍູ້ບັນດາເນື້ອໃນທີ່ສອງປະເທດກຳລັງເອົາໃຈໃສ່,ໃນນັ້ນມີການໃຫ້ກຳລັງໃຈແກ່ບັນດາວິສາຫະກິດໃຫຍ່ຂອງຫວຽດນາມທີ່ມາລົງທຶນຢູ່ລາວ. ທ່ານຮອງນາຍົກລັດຖະມົນຕີ ກໍ່ຢັ້ງຢືນວ່າຫວຽດນາມຈະແກ້ໄຂບາງບັນຫາທີ່ຍັງຄົງຄ້າງລະຫວ່າງສອງປະເທດໂດຍໄວຖືກຕາມຈິດໃຈຂອງຂໍ້ຕົກລົງລະຫວ່າງສອງລັດຖະບານ.

ສ່ວນ, ບັນດາການນຳ ລາວ ກໍ່ໄດ້ໃຫ້ຄຳໝັ້ນສັນຍາສືບຕໍ່ສ້າງເງື່ອນໄຂສະດວກເພື່ອຊຸກຍູ້ການຮ່ວມມືລະຫວ່າງສອງປະເທດໃນບັນດາຂົງເຂດ, ເປັນຕົ້ນແມ່ນເສດຖະກິດ, ການຄ້າ, ການລົງທຶນ, ການປ້ອງກັນຄວາມສະຫງົບ, ປ້ອງກັນຊາດ, ຍຸຕິທຳ, ການກວດກາ, ປ້ອງກັນ ແລະຕ້ານການສໍ້ລາດບັງຫລວງ.

ຕອບກັບ

ຂ່າວ/ບົດ​ອື່ນ