ເພີ່ມ​ທະ​ວີ​ການ​ຮ່ວມ​ມື ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ ໃນ​ສະ​ພາບ​ການ​ທົ່ວ​ໂລກ​ໃໝ່

(VOVWORLD) - ກອງປະຊຸມສຳມະນາແມ່ນໂອກາດເພື່ອໃຫ້ບັນດາຜູ້ແທນ ພ້ອມກັນຮັບຮູ້ບັນດາທ່າອ່ຽງພັດທະນາຂອງພາກພື້ນ ແລະ ທົ່ວໂລກ, ບັນດາຜົນກະທົບຕໍ່ການພັດທະນາຂອງສາມປະເທດ
ເພີ່ມ​ທະ​ວີ​ການ​ຮ່ວມ​ມື ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ ໃນ​ສະ​ພາບ​ການ​ທົ່ວ​ໂລກ​ໃໝ່ - ảnh 1ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາ (ພາບ: TTXVN)

ວັນທີ 25 ກັນຍາ, ຢູ່ນະຄອນຫຼວງວຽງຈັນ, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດລາວ, ສະພາມະຫາບັນດິດວິທະຍາສາດ ສັງຄົມ ຫວຽດນາມ ແລະ ສະພາມະຫາບັນດິດແຫ່ງຊາດ ກຳປູເຈຍ ໄດ້ສົມທົບກັນຈັດກອງປະຊຸມສຳມະນາປະຈຳປີດ້ວຍຫົວຂໍ້ “ເພີ່ມທະວີການຮ່ວມມື ຫວຽດນາມ - ລາວ - ກຳປູເຈຍ ໃນສະພາບການທົ່ວໂລກໃໝ່”. ກອງປະຊຸມສຳມະນາແມ່ນໂອກາດເພື່ອໃຫ້ບັນດາຜູ້ແທນ ພ້ອມກັນຮັບຮູ້ບັນດາທ່າອ່ຽງພັດທະນາຂອງພາກພື້ນ ແລະ ທົ່ວໂລກ, ບັນດາຜົນກະທົບຕໍ່ການພັດທະນາຂອງສາມປະເທດ; ໄຈ້ແຍກ, ເຮັດແຈ້ງນະໂຍບາຍການຕ່າງປະເທດຂອງແຕ່ລະປະເທດ ແລະ ວິທີການທີ່ສາມປະເທດອາດຈະເພີ່ມທະວີການຮ່ວມມືໃນສະພາບການພາກພື້ນ ແລະ ທົ່ວໂລກໃໝ່. ນອກຈາກນັ້ນບັນດາການເຄື່ອນໄຫວ ໃນກອງປະຊຸມສຳມະນາຈະປະກອບສ່ວນເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນ, ຍົກສູງຄຸນນະພາບໃນວຽກງານເປັນເສນາທິການກ່ຽວກັບຍຸດທະສາດ ແລະ ນະໂຍບາຍຂອງບັນດາສຳນັກງານ, ອົງການຈັດຕັ້ງຄົ້ນຄ້ວາ, ບັນດານັກຊ່ຽວຊານພ້ອມກັບນັກວິທະຍາສາດຂອງສາມປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ