ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ຮັບ​ມື​ກັບ​ການ​ບຸກ​ໂຈມ​ຕີຈາກຫຼາຍ​ທິດ​ໃນ​ເຄືອ​ຂ່າຍ​ອິ​ນ​ເຕີ​ເນັດ

(VOVWORLD) - ການຝຶກແອບ ACID ປີ 2023 ໄດ້ດຳເນີນພາຍໃຕ້ຫົວຂໍ້ “ຮັບມືກັບການບຸກໂຈມຕີຈາກຫຼາຍທິດໃນເຄືອຂ່າຍອິນເຕີເນັດ ໂດຍໄດ້ເລີ່ມມາຈາກກຳລັງໜູນດ້ານການເມືອງ”, ເຊິ່ງໄດ້ເນັ້ນກ່ຽວກັບການໄຈ້ແຍກ ແລະ ສືບສວນດ້ານເຕັກນິກ ເພື່ອໃຫ້ບັນດາຫົວໜ່ວຍ, ອົງການຈັດຕັ້ງມີການຮັບມືຢ່າງເໝາະສົມ, ຝຶກຝົນ, ປະກອບທັກສະເພີ່ມເຕີມໃຫ້ກຳລັງທີ່ມີຄວາມຮັບຜິດຊອບຮັກສາຄວາມປອດໄພຂໍ້ມູນ ແລະ ແກ້ໄຂບັນດາກໍລະນີກ່ຽວກັບຄວາມປອດໄພຂອງຂໍ້ມູນທີ່ເກີດຂຶ້ນ.
ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ຮັບ​ມື​ກັບ​ການ​ບຸກ​ໂຈມ​ຕີຈາກຫຼາຍ​ທິດ​ໃນ​ເຄືອ​ຂ່າຍ​ອິ​ນ​ເຕີ​ເນັດ - ảnh 1ທ່ານ ຫງວຽນດຶກຕວັນ, ອະດີດຜູ້ອຳນວຍການ  VNCERT/CC ກ່າວຄຳເຫັນໃນການຝຶກຊ້ອມ  ACID 2023 ຢູ່ ຫວຽດນາມ (ພາບ: Vietnamnet)

ວັນທີ 18 ຕຸລາ, ຖັນແຖວນັກຊ່ຽວຊານຮັກສາຄວາມປອດໄພຂໍ້ມູນຂ່າວສານຂອງບັນດາປະເທດ ອາຊຽນ ພ້ອມກັບ 5 ປະເທດຄູ່ຮ່ວມມື, ລວມມີ: ອິນເດຍ, ສ.ເກົາຫຼີ, ຍີ່ປຸ່ນ, ຈີນ ແລະ ອົດສະຕາລີ, ໄດ້ເຂົ້າຮ່ວມລາຍການຝຶກຊ້ອມຮັກສາຄວາມປອດໄພຂອງຂໍ້ມູນໃນເຄືອຂ່າຍອິນເຕີເນັດສາກົນ ACID ປີ 2023. ຢູ່ ຫວຽດນາມ, ສູນກູ້ຊ່ວຍສຸກເສີນເຄືອຂ່າຍອິນເຕີເນັດ ຫວຽດນາມ (ກົມຮັກສາຄວາມປອດໄພດ້ານຂໍ້ມູນ, ກະຊວງຖະແຫຼງຂ່າວ ແລະ ການສື່ສານ), ໄດ້ຜັນຂະຫຍາຍໂຄງການຝຶກແອບແບບເຊິ່ງໜ້າຢູ່ຮ່າໂນ້ຍ. ການຝຶກແອບ ACID ປີ 2023 ໄດ້ດຳເນີນພາຍໃຕ້ຫົວຂໍ້ “ຮັບມືກັບການບຸກໂຈມຕີຈາກຫຼາຍທິດໃນເຄືອຂ່າຍອິນເຕີເນັດ ໂດຍໄດ້ເລີ່ມມາຈາກກຳລັງໜູນດ້ານການເມືອງ”, ເຊິ່ງໄດ້ເນັ້ນກ່ຽວກັບການໄຈ້ແຍກ ແລະ ສືບສວນດ້ານເຕັກນິກ ເພື່ອໃຫ້ບັນດາຫົວໜ່ວຍ, ອົງການຈັດຕັ້ງມີການຮັບມືຢ່າງເໝາະສົມ, ຝຶກຝົນ, ປະກອບທັກສະເພີ່ມເຕີມໃຫ້ກຳລັງທີ່ມີຄວາມຮັບຜິດຊອບຮັກສາຄວາມປອດໄພຂໍ້ມູນ ແລະ ແກ້ໄຂບັນດາກໍລະນີກ່ຽວກັບຄວາມປອດໄພຂອງຂໍ້ມູນທີ່ເກີດຂຶ້ນ.


ຕອບກັບ

ຂ່າວ/ບົດ​ອື່ນ