ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ແບ່ງ​ປັນ​ບົດ​ຮຽນ​ລະ​ຫວ່າງ​ອົງ​ການ​ນິ​ຕິ​ບັນ​ຍັດ ຫວຽດ​ນາມ ແລະ ສິງ​ກະ​ໂປ

(VOVWORLD) -  ການນຳສອງປະເທດ ໄດ້ປາດຖະໜາວ່າ ຈະຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດໃຫ້ຫຼາຍກວ່າອີກ, ໃນນັ້ນ ມີສອງອົງການນິຕິບັນຍັດ; ສືບຕໍ່ຮັກສາການພົບປະແລກປ່ຽນ ດ້ວຍບັນດາຮູບແບບທີ່ເໝາະສົມ; ເສີມຂະຫຍາຍກົນໄກສົມທົບກັນຢ່າງແໜ້ນແຟ້ນ ໃນບັນດາເວທີປາໄສຫຼາຍຝ່າຍ; ສະໜັບສະໜູນຫຼັກໝັ້ນຂອງກັນກ່ຽວກັບບັນດາບັນຫາຂອງພາກພື້ນ ແລະ ສາກົນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.
ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ແບ່ງ​ປັນ​ບົດ​ຮຽນ​ລະ​ຫວ່າງ​ອົງ​ການ​ນິ​ຕິ​ບັນ​ຍັດ ຫວຽດ​ນາມ ແລະ ສິງ​ກະ​ໂປ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ສົນທະນາແບບທາງໄກກັບທ່ານປະທານສະພາແຫ່ງຊາດ ສິງກະໂປ Tan Chuan – Jin (ພາບ: VOV)

ຕອນບ່າຍວັນທີ 14 ກໍລະກົດ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ໄດ້ມີການສົນທະນາແບບທາງໄກກັບທ່ານປະທານສະພາແຫ່ງຊາດ ສິງກະໂປ Tan Chuan – Jin. ການນຳສອງປະເທດ ໄດ້ປາດຖະໜາວ່າ ຈະຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດໃຫ້ຫຼາຍກວ່າອີກ, ໃນນັ້ນ ມີສອງອົງການນິຕິບັນຍັດ; ສືບຕໍ່ຮັກສາການພົບປະແລກປ່ຽນ ດ້ວຍບັນດາຮູບແບບທີ່ເໝາະສົມ; ເສີມຂະຫຍາຍກົນໄກສົມທົບກັນຢ່າງແໜ້ນແຟ້ນ ໃນບັນດາເວທີປາໄສຫຼາຍຝ່າຍ; ສະໜັບສະໜູນຫຼັກໝັ້ນຂອງກັນກ່ຽວກັບບັນດາບັນຫາຂອງພາກພື້ນ ແລະ ສາກົນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.

        ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ສະເໜີໃຫ້ສະພາແຫ່ງຊາດສອງປະເທດ ຄົ້ນຄວ້າກ່ຽວກັບຄວາມເປັນໄປໄດ້ຂອງການລົງນາມໃນຂໍ້ຕົກລົງວ່າດ້ວຍການຮ່ວມມື, ເພື່ອຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືລະຫວ່າງບັນດາອົງການຂອງສະພາແຫ່ງຊາດ. ພ້ອມກັນນັ້ນ, ເພີ່ມທະວີການຮ່ວມມື, ແບ່ງປັນບົດຮຽນ, ໂດຍສະເພາະແມ່ນໃນການສ້າງລະບອບລະບຽບການ, ການສ້າງສຳເລັດລະບົບກົດໝາຍກ່ຽວກັບການພັດທະນາເສດຖະກິດດີຈີຕອນ ແລະ ສັງຄົມດີຈີຕອນ ເຊິ່ງເປັນຂົງເຂດທີ່ ສິງກະໂປ ມີຫຼາຍບົດຮຽນ ແລະ ມີຄວາມບົ່ມຊ້ອນ; ປຶກສາຫາລືກ່ຽວກັບການຮັບຮອງ ໃບຢັ້ງຢືນການສັກວັກຊິນຂອງກັນ ເພື່ອບັນລຸໄດ້ຂໍ້ຕົກລົງກ່ຽວກັບກົດລະບຽບໃນການໄປ - ມາ, ເຊື່ອມຕໍ່ຖ້ຽວບິນການຄ້າ ເມື່ອມີເງື່ອນໄຂພຽງພໍ ເພື່ອຊຸກຍູ້ການຮ່ວມມືເສດຖະກິດ, ການທ່ອງທ່ຽວລະຫວ່າງສອງປະເທດ. ຫວຽດນາມ ປາດຖະໜາຢາກຄົ້ນຄວ້າບົດຮຽນ ແລະ ຍຸດທະສາດໃໝ່ຂອງ ສິງກະໂປ ໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ ໂຄວິດ - 19 ເພື່ອສືບຕໍ່ຟື້ນຟູ ແລະ ພັດທະນາເສດຖະກິດ.

ໃນວັນດຽວກັນ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ຕ້ອນຮັບທ່ານ Meynardo Los Banos Montealegre ເອກອັກຄະລັດຖະທູດ ຟີລິບປິນ ປະຈຳ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ