ເພີ່ມທະວີການຮ່ວມມື, ແລກປ່ຽນສາກົນເພື່ອພັດທະນາຂະແໜງນ້ຳມັນ ອາຍແກັດ

ເພີ່ມທະວີການຮ່ວມມື, ແລກປ່ຽນສາກົນເພື່ອພັດທະນາຂະແໜງນ້ຳມັນ ອາຍແກັດ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາ​ຍເຂົ້າ​ຮ່ວມ​ພິທີ​ໄຂ​
ກອງ​ປະຊຸມ ​ແລະ ງານ​ວາງສະ​ແດງຂອງ​ສະພາ​ນ້ຳມັນ​ອາຍ​ແກັດອາ​ຊຽນ
(ພາບ: chinhphu.vn)


(vovworld) - ​ ວັນ​ທີ 28/11, ຢູ່​ນະຄອນ​ໂຮ່ຈິ​ມິນ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາ​ຍ ​ໄດ້​ເຂົ້າ​ຮ່ວມ​ພິທີ​ໄຂ​ກອງ​ປະຊຸມ ​ແລະ ງານ​ວາງສະ​ແດງຂອງ​ສະພາ​ນ້ຳມັນ​ອາຍ​ແກັດອາ​ຊຽນ (ASCOPE) ຄັ້ງ​ທີ 10 ​ໂດຍ​ກຸ່ມ​ບໍລິສັດ​ນ້ຳມັນ​ອາຍ​ແກັດ​ຫວຽດນາມ ຈັດ​ຕັ້ງ. ກ່າວ​ຄຳ​ເຫັນ​ຢູ່​ທີ່​ນີ້, ທ່ານ​ຮອງ​ນາຍົກລັດຖະມ​ົນຕີ ຮ່ວາງ​ຈູງ​ຫາ​ຍ ຫວັງ​ວ່າ ເຫດການ​ນີ້​ຈະ​ຊ່ວຍ​ເພີ່ມ​ທະວີ​ການ​ຮ່ວມ​ມື, ​ແລກປ່ຽນ​ບັນດາ​ເຕັກ​ໂນ​ໂລ​ຊີ​ທີ່​ທັນ​ສະ​ໄໝ​ທີ່​ສຸດ, ສົມທົບ​ກັນຢ່າງຮອບດ້ານ​ລະຫວ່າງ​ບັນດາ​ກຸ່ມ​ບໍລິສັດ​​ນ້ຳມັນ​ອາຍ​ແກັດ​ແຫ່ງ​ຊາດ​ໃນ​ສະພາ​ນ້ຳມັນ​ອາຍ​ແກັດ​ອາ​ຊຽນ ກໍ່​ຄື​ບັນດາ​ກຸ່ມ​ບໍລິ​ສັດ​ສາກົນຢ່າງຮອບດ້ານ.

        ກອງ​ປະຊຸມ ​ແລະ ງານ​ວາງສະ​ແດງ​ຂອງ​ສະພາ​ນ້ຳມັນ​ອາຍ​ແກັດ​ອາ​ຊຽນ 2013 ດຳ​ເນີນ​ໄປ​​ເປັນ​ເວລາ 3 ວັນ, ​ແຕ່​ວັນ​ທີ 28/11 – 30/11. ບັນດາ​ບໍລິສັດ​ນ້ຳມັນ​ອາຍ​ແກັດ​ອັນ​ດັບ​ໜຶ່ງ​ໃນ​ພາກ​ພື້ນ ​ແລະ ​ໂລກ ພ້ອມ​ກັບ​ສະມາຊິກ ASCOPE ​​ໄດ້​ແນະນຳ​ບັນດາ​ເຄື່ອງ​ອຸປະກອນ ​ແລະ ​ເຕັກນິກນ້ຳມັນ​ອາຍ​ແກັດທີ່​ທັນ​ສະ​ໄໝ​ທີ່​ສຸດ ​ເພື່ອ​ຮັບ​ໃຊ້​​ໃຫ້​ແກ່ການ​ເຄື່ອນ​ໄຫວ​ສຳ​ຫຼວດ, ຂຸດ​ຄົ້ນ, ຜະລິດ ​ແລະ ຂົນ​ສົ່ງນ້ຳມັນ​ອາຍ​ແກັດ, ບັນດາ​ເຄື່ອງ​ວັດ​ແທກ ​ແລະ ຄວບ​ຄຸ້ມ​ພະລັງງານ.

ຂ່າວ/ບົດ​ອື່ນ