ເພີ່ມ​ທະ​ວີ​ການ​ຮ່ວມ​ມື ແລະ ເຊື່ອມ​ຕໍ່​ເພື່ອ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ຂອງ​ເສດ​ຖະ​ກິດ​ລວມ​ໝູ່ ແລະ ສະ​ຫະ​ກອນ ໃນ​ການ​ສ້າງ​ໂຄງ​ປະ​ກອບ​ກະ​ສິ​ກຳ​ຄືນ​ໃໝ່

(VOVWORLD) -ໂດຍປະຕິບັດມະຕິເລກທີ 13, ນັບແຕ່ປີ 2013 ມາຮອດປັດຈຸບັນ, ຈຳນວນສະຫະກອນ ກະສິກຳເພີ່ມທະວີໂດຍໄວ, ສະເລ່ຍແຕ່ລະປີ ເພີ່ມຂຶ້ນເກືອບ 800 ແຫ່ງ, ຄາດວ່າ ຮອດທ້າຍປີນີ້, ຫວຽດນາມ ຈະມີສະຫະກອນກະສິກຳ ກ່ວາ 18.300 ແຫ່ງ ແລະ ສະຫະພັນສະຫະກອນກະສິກຳ 79 ແຫ່ງ.
ເພີ່ມ​ທະ​ວີ​ການ​ຮ່ວມ​ມື ແລະ ເຊື່ອມ​ຕໍ່​ເພື່ອ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ຂອງ​ເສດ​ຖະ​ກິດ​ລວມ​ໝູ່ ແລະ ສະ​ຫະ​ກອນ ໃນ​ການ​ສ້າງ​ໂຄງ​ປະ​ກອບ​ກະ​ສິ​ກຳ​ຄືນ​ໃໝ່ - ảnh 1ກອງປະຊຸມທາງໄກ ສະຫຼຸບ 20 ປີແຫ່ງວັນປະຕິບັດມະຕິເລກທີ 13 ຂອງກົມການເມືອງ ກ່ຽວກັບການສືບຕໍ່ປ່ຽນແປງໃໝ່, ພັດທະນາ ແລະ ຍົກສູງປະສິດທິຜົນຂອງເສດຖະກິດລວມໝູ່

ກ່າວຄຳເຫັນທີ່ກອງປະຊຸມທາງໄກ ສະຫຼຸບ 20 ປີແຫ່ງວັນປະຕິບັດມະຕິເລກທີ 13 ຂອງກົມການເມືອງ ກ່ຽວກັບການສືບຕໍ່ປ່ຽນແປງໃໝ່, ພັດທະນາ ແລະ ຍົກສູງປະສິດທິຜົນຂອງເສດຖະກິດລວມໝູ່ ແລະ 10 ປີແຫ່ງການປະຕິບັດກົດໝາຍ ວ່າດ້ວຍ ສະຫະກອນ ປີ 2012 ໃນຂົງເຂດກະສິກຳ, ທີ່ໄດ້ດຳເນີນໃນຕອນເຊົ້າວັນທີ 19 ຕຸລາ ຢູ່ຮ່າໂນ້ຍ, ທ່ານເລມິງຮວານ ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຊີ້ແຈ້ງວ່າ ບັນດາທ້ອງຖິ່ນ ຕ້ອງເອົາໃຈໃສ່ ແລະ ສ້າງເງື່ອນໄຂ ເພື່ອໃຫ້ສະຫະກອນ ເພີ່ມທະວີການຮ່ວມມື ແລະ ເຊື່ອມຕໍ່ເພື່ອຍົກສູງປະສິດທິຜົນຂອງ ເສດຖະກິດລວມໝູ່ ແລະ ສະຫະກອນ ໃນການສ້າງໂຄງປະກອບກະສິກຳຄືນໃໝ່. ຕາມທ່ານລັດຖະມົນຕີ  ເລມິງຮວານ ແລ້ວ, ການພັດທະນາສະຫະກອນ ຈະສ້າງກຳລັງແຮງຫຼາຍດ້ານ ໃນການຮ່ວມມື ແລະ ເຊື່ອມຕໍ່, ຮັກສາຄຸນຄ່າດ້ານວັດທະນະທຳ, ປົກປັກຮັກສາສິ່ງແວດລ້ອມຢູ່ ຊົນນະບົດ, ປະກອບສ່ວນສຳຄັນເຂົ້າການສ້າງໂຄງປະກອບກະສິກຳຄືນໃໝ່ ເພື່ອໃຫ້ກະສິກຳສືບຕໍ່ແມ່ນເສົາຫຼັກໜູນຊ່ວຍ ພື້ນຖານເສດຖະກິດ ໃນໄລຍະປະສົບກັບຄວາມຫຍຸ້ງຍາກ.

ໂດຍປະຕິບັດມະຕິເລກທີ 13, ນັບແຕ່ປີ 2013 ມາຮອດປັດຈຸບັນ, ຈຳນວນສະຫະກອນ ກະສິກຳເພີ່ມທະວີໂດຍໄວ, ສະເລ່ຍແຕ່ລະປີ ເພີ່ມຂຶ້ນເກືອບ 800 ແຫ່ງ, ຄາດວ່າ ຮອດທ້າຍປີນີ້, ຫວຽດນາມ ຈະມີສະຫະກອນກະສິກຳ ກ່ວາ 18.300 ແຫ່ງ ແລະ ສະຫະພັນສະຫະກອນກະສິກຳ 79 ແຫ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ