ເພີ່ມທະວີການຮ່ວມມື2ຝ່າຍລະຫວ່າງຫວຽດນາມ-ອີຕາລີ

ເພີ່ມທະວີການຮ່ວມມື2ຝ່າຍລະຫວ່າງຫວຽດນາມ-ອີຕາລີ - ảnh 1
(ພາບປະກອບ)

(vovworld) - ຫວ່າງ​ແລ້ວ​ນີ້, ສະຖານທູດ ອີ​ຕາ​ລີ ປະຈຳ ຫວຽດນາມ ​ໃຫ້​ຮູ້​ວ່າ: ​ໃນ​ປີ 2016, ອີ​ຕາ​ລີ ຈະ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫ​ວ, ​ເຫດການຫລາຍ​ຢ່າງ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ຮ່ວມ​ມື​ດ້ານເສດຖະກິດ, ການ​ລົງທຶນ​ລະຫວ່າງ 2 ປະ​ເທດ​ໃນສະພາບ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ອີ​ຕາ​ລີ ບັນລຸ​ໄດ້​ບັນດາ​ຜົນງານ​ໃຫຍ່​ຫລວງ​ໃນ​ຊຸມປີ​ມໍ່ໆ​ມາ​ນີ້ ​ແລະ ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ຊຸກຍູ້​ໃນ​ໄລຍະ​ຈະ​ມາ​ເຖິງ.

        ​ໃນ​ປີ​ກາຍ, ຫວຽດນາມ ກາຍ​ເປັນ​ຄູ່​ຮ່ວມ​ມື​ສຳຄັນ​ຂອງ ອີ​ຕາ​ລີ ດ້ວຍ​ວົງ​ເງິນ​ແລກປ່ຽນ​ການ​ຄ້າລື່ນ​ກາຍຄາດໝາຍ 4 ຕື້ USD, ​ໃນ​ນັ້ນ 1,4 ຕື້​ກ່ວາ USD ​ແມ່ນ​ສິນຄ້າ​ສົ່ງ​ອອກໄປ​ຍັງ​ຕະຫລາດ ຫວຽດນາມ ​ແລະ 2,8 ຕື້​ກ່ວາ USD ​ແມ່ນ​ສິນຄ້າ ຫວຽດນາມ ສົ່ງ​ອອກໄປສູ່ຕະຫລາດ ອີ​ຕາ​ລີ. ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ ອີ​ຕາ​ລີ Picciono ​ໃຫ້​ຮູ້​ວ່າ: ການ​ລົງ​ທຶນ​ຂອງ​ວິ​ສາ​ຫະກິດ ອີ​ຕາ​ລີ ​ເຂົ້າ ຫວຽດນາມ ປີ​ນີ້​ສູງ​ກ່ວາ​ປີ​ກ່ອນ.

        ຕາມ​ກົມ​ລົງທຶນ​ຕ່າງປະ​ເທດ (ກະຊວງ​ແຜນການ ​ແລະ ການ​ລົງທຶນ), ​ໄລ່​ຮອດ​ເດືອນ 09/2015, ອີ​ຕາ​ລີ ມີ 66 ​ໂຄງການ​ລົງທຶນ​ເຂົ້າ ຫວຽດນາມ, ດ້ວຍ​ເງິນ​ທຶນ​ຈົດ​ທະບຽນ​ບັນລຸ​ກ່ວາ 390 ລ້ານ USD. ອີ​ຕາ​ລີ ພວມ​ສຸມ​​ໃສ່ການ​ຮ່ວມ​ມື​ກັບ ຫວຽດນາມ ​ໃນ​ບັນດາ​ຂົງ​ເຂດ​ຄື: ດ້ານການ​ສຶກສາ - ບຳລຸງ​ສ້າງ, ວັດທະນະທຳ, ວິທະຍາສາດ​ເຕັກ​ໂນ​ໂລ​ຢີ…

ຂ່າວ/ບົດ​ອື່ນ