ເພີ່ມທະວີການຮ່ວມມືກັບບັນດາອົງການຕ່າງປະເທດປະຈຳນະຄອນ ໂຮ່ຈີມິນ

(VOVWORLD) - ຜົນງານໃນວຽກງານປ້ອງກັນ, ຕ້ານໂລກລະບາດມີການປະກອບສ່ວນຂອງຜູ້ຕາງໜ້າບັນດາອົງການຕ່າງປະເທດ ປະຈຳນະຄອນໂຮ່ຈີມິນ”.
ເພີ່ມທະວີການຮ່ວມມືກັບບັນດາອົງການຕ່າງປະເທດປະຈຳນະຄອນ ໂຮ່ຈີມິນ - ảnh 1ທ່ານ ຫວໍວັນຮວານ, ຮອງປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: sggp.org.vn)

“ມາຮອດປະຈຸບັນ, ສະພາບການໂລກລະບາດໂຄວິດ - 19 ໃນບໍລິເວນນະຄອນ ໂຮ່ຈີມິນ ໄດ້ຮັບການຄວບຄຸມ, ບັນດາການເຄື່ອນໄຫວດ້ານເສດຖະກິດໄດ້ຮັບການຟື້ນຟູຢ່າງແຮງ. ຜົນງານໃນວຽກງານປ້ອງກັນ, ຕ້ານໂລກລະບາດມີການປະກອບສ່ວນຂອງຜູ້ຕາງໜ້າບັນດາອົງການຕ່າງປະເທດ ປະຈຳນະຄອນໂຮ່ຈີມິນ”. ນັ້ນແມ່ນຄຳຢັ້ງຢືນຂອງທ່ານ ຫວໍວັນຮວານ, ຮອງປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ທີ່ກອງປະຊຸມພົບປະກັບຜູ້ຕາງໜ້າບັນດາອົງການຕ່າງປະເທດ ໂດຍຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ຈັດຕັ້ງໃນຕອນຄ່ຳວັນທີ 8 ກໍລະກົດ.

        ທ່ານ ຫວໍວັນຮວານ ໄດ້ສະແດງຄວາມຮູ້ບຸນຄຸນຕໍ່ບັນດາອົງການການທູດຂອງຕ່າງປະເທດທີ່ປະຈຳນະຄອນໂຮ່ຈີມິນ ໄດ້ມີບັນດາການປະກອບສ່ວນຕັ້ງໜ້າໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ປະກອບສ່ວນເຂົ້າໃນບັນດາຜົນສຳເລັດດ້ານເສດຖະກິດ - ສັງຄົມເຊິ່ງນະຄອນບັນລຸໄດ້ໃນ 6 ເດືອນຕົ້ນປີນີ້.

        ກ່າວຄຳເຫັນທີ່ພິທີ, ທ່ານ Kho Ngee Seng Roy, ຫົວໜ້າສະຖານກົງສູນໃຫຍ່ ສິງກະໂປ ປະຈຳນະຄອນໂຮ່ຈີມິນ, ຫົວໜ້າຄະນະຜູ້ແທນກົງສູນປະຈຳ ນະຄອນໂຮ່ຈີມິນ, ສະແດງຄວາມເຊື່ອໝັ້ນໃນໄລຍະຈະມາເຖິງວ່າ, ການພົວພັນລະຫວ່າງບັນດາອົງການການທູດ, ອົງການຕ່າງປະເທດປະຈຳ ນະຄອນໂຮ່ຈີມິນ ແລະ ຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ຈະນັບມື້ນັບພັດທະນາອັນດີງາມ, ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ທັງສອງຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ