ເພີ່ມທະວີການຮ່ວມມືກ່ຽວກັບການຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫຼວງລະຫວ່າງ ຫວຽດນາມ ແລະ ສາທາລະນະລັດ ຝະລັ່ງ

(VOVWORLD) - ບົດບັນທຶກຊ່ວຍຈຳການຮ່ວມມືໄດ້ສ້າງພື້ນຖານໃຫ້ແກ່ສາຍພົວພັນຮ່ວມມືສອງຝ່າຍລະຫວ່າງສອງອົງການ.

ເພີ່ມທະວີການຮ່ວມມືກ່ຽວກັບການຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫຼວງລະຫວ່າງ ຫວຽດນາມ ແລະ ສາທາລະນະລັດ ຝະລັ່ງ - ảnh 1 ພິທີລົງນາມບົດບັນທຶກຊ່ວຍຈຳລະຫວ່າງ 2 ຝ່າຍ

(ພາບ: Nguyễn Dân/TTXVN)

ໃນຕອນບ່າຍວັນທີ 15 ມັງກອນ, ຢູ່ ຮ່າໂນ້ຍ, ໄດ້ດຳເນີນພິທີລົງນາມໃນບົດບັນທຶກຊ່ວຍຈຳການຮ່ວມມື ແລະ ພົບປະເຈລະຈາກ່ຽວກັບການຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫຼວງລະຫວ່າງອົງການກວດກາລັດຖະບານ ຫວຽດນາມ ແລະ ອົງການຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫຼວງ ສາທາລະນະລັດ ຝະລັ່ງ. ທີ່ການພົບປະເຈລະຈາ, ສອງອົງການໄດ້ແນະນຳພາລະບົດບາດ, ໜ້າທີ່ ແລະ ໂຄງປະກອບ, ການຈັດຕັ້ງການເຄື່ອນໄຫວ; ປຶກສາຫາລື, ແບ່ງປັນບົດຮຽນກ່ຽວກັບໝາກຜົນຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫຼວງ ກໍ່ຄືທິດທາງວຽກງານຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫຼວງຂອງແຕ່ລະປະເທດໃນຕໍ່ໜ້າ.

        ກ່າວຄຳເຫັນທີ່ພິທີລົງນາມໃນບົດບັນທຶກຊ່ວຍຈຳການຮ່ວມມືຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫຼວງ, ທ່ານ ເລມີງຄ໋າຍ ຫົວໜ້າອົງການກວດກາລັດຖະບານ ຫວຽດນາມ ຢືນຢັນວ່າ: ບົດບັນທຶກຊ່ວຍຈຳການຮ່ວມມືໄດ້ສ້າງພື້ນຖານໃຫ້ແກ່ສາຍພົວພັນຮ່ວມມືສອງຝ່າຍລະຫວ່າງສອງອົງການ. ຕາມນັ້ນແລ້ວ, ທັງສອງອົງການສອງປະເທດຈະຊຸກຍູ້ການຮ່ວມມື, ແລກປ່ຽນຂໍ້ມູນຂ່າວສານ, ເອກະສານກ່ຽວກັບວິຊາສະເພາະ, ວິຊາການຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫຼວງ; ແລກປ່ຽນບົດຮຽນກ່ຽວກັບບັນດາມາດຕະການວິຊາການເພື່ອແນໃສ່ພົບເຫັນບັນດາການກະທຳສໍ້ລາດບັງຫຼວງ ແລະ ແບບວິທີການເຄື່ອນໄຫວຂອງບັນດາເປົ້າໝາຍທີ່ມີການກະທຳສໍ້ລາດບັງຫຼວງ. ຄຽງຄູ່ກັນນັ້ນ, ສອງອົງການກໍ່ຈັດຕັ້ງ, ເຂົ້າຮ່ວມບັນດາເວທີປາໃສ, ກອງປະຊຸມສຳມະນາ, ກອງປະຊຸມກ່ຽວກັບວຽກງານຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫຼວງ; ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບການສຶກສາປະຊາຄົມເພື່ອແນໃສ່ຍົກສູງຄວາມຮັບຮູ້ຂອງປະຊາຊົນກ່ຽວກັບຕ້ານການສໍ້ລາດບັງຫຼວງ

ຕອບກັບ

ຂ່າວ/ບົດ​ອື່ນ