ເພີ່ມທະວີການຮ່ວມມືກ່ຽວກັບວິທະຍາສາດເຕັກໂນໂລຢີລະຫວ່າງ ຫວຽດນາມ ແລະ ຝະລັ່ງ

ເພີ່ມທະວີການຮ່ວມມືກ່ຽວກັບວິທະຍາສາດເຕັກໂນໂລຢີລະຫວ່າງ ຫວຽດນາມ ແລະ ຝະລັ່ງ - ảnh 1
ທ່ານ​ຮ​ອງນາຍົກລັດຖະມົນຕີ ຫວຽດນາມ ​ເຈືອງ​ຮ່ວາ​ບີ​ງ
​ຕ້ອນຮັບທ່ານ Jean Vincent Place
(ພາບ: VGP)

(vovworld) - ວັນ​ທີ 27/02 ຢູ່​ຮ່າ​ໂນ້ຍ ທີ່​ການ​ຕ້ອນຮັບທ່ານ Jean Vincent Place ລັດຖະມົນຕີ​ຮັບຜິດຊອບ​ການ​ປະຕິ​ຮູບ ​ແລະ ຫັນລະບຽບ​ການ​ບໍລິຫານ​ເປັນ​ງ່າຍ​ດາຍ ຝະລັ່ງ ພວມ​ມີ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ, ທ່ານ​ຮ​ອງນາຍົກລັດຖະມົນຕີ ຫວຽດນາມ ​ເຈືອງ​ຮ່ວາ​ບີ​ງ ​ເນັ້ນ​ໜັກ​ວ່າ: ການ​ພົວພັນ​ຄູ່​ຮ່ວມ​ມື ຫວຽດນາມ - ຝະລັ່ງ ນັບ​ມື້ນນັບ​ເຂົ້າ​ສູ່​ລວງ​ເລິກ ນັບ​ແຕ່​ເມື່ອ 2 ປະ​ເທດ​ຍົກ​ການ​ພົວພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ນັບ​ແຕ່​ປີ 2013. ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເຈືອງ​ຮ່ວາ​ບີ​ງ ຖື​ວ່າ: ​ໃນ​ຫລາຍ​ປີຜ່ານມາ, ການ​ພົວພັນ​ຮ່ວມ​ມື​ໃນ​ຂົງ​ເຂດ​ຖະ​ແຫຼ​ງຂ່າວ​ ​ແລະ ສື່ສານ​ລະຫວ່າງ ຫວຽດນາມ ​ແລະ ຝະລັ່ງ ພັດທະນາ​ອັນ​ດີ​ງາມ.

        ສ່ວນ​ທ່ານ Jean Vincent Place ​ໃຫ້​ຮູ້​ວ່າ: ຄະນະ​ຜູ້​ແທນ​ໄດ້​ເຮັດ​ວຽກ​ກັບ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່​ສານ ຫວຽດນາມ ​​ແນ​ໃສ່​ຜັນ​ຂະຫຍາຍ​ບັນດາ​ເອກະສານ​ຮ່ວມ​ມື​ລະອຽດ​ລະຫວ່າງ 2 ຝ່າຍ​ໃນ​​ໄລຍະ​ຈະ​ມາ​ເຖິງ. ລັດຖະບານ ຝະລັ່ງ ຈະ​ສ້າງ​ເງື່ອນ​ໄຂ​ສະດວກ ​ເພື່ອ​ແນ​ໃສ່​ນຳ​ການພົວພັນ​ຮ່ວມ​ມື ຫວຽດນາມ ​ແລະ ຝະລັ່ງ ກ່ຽວ​ກັບ​ຂົງ​ເຂດ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວ​​ສານເວົ້າ​ລວມ ​ແລະ ລັດຖະບານ​ເອ​ເລັກ​ໂຕ​ນິກ​ເວົ້າ​ສະ​​ເພາະ​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ ​ແລະ ມີ​ປະສິດທິ​ຜົນ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ