ເພີ່ມທະວີການຮ່ວມມືກ່ຽວກັບສະບຽງອາຫານ, ທັນຍາຫານໃນເງື່ອນໄຂ “ເປັນປົກກະຕິໃໝ່”

(VOVWORLD) -ກອງປະຊຸມຂັ້ນສູງ ຂອງ ສປຊ ປີນີ້ເພື່ອແນໃສ່ກຳນົດທິດໃຫ້ລະບົບສະບຽງອາຫານທັນຍາຫານ ໄດ້ຮັບການພັດທະນາແບບຍືນຍົງກ່ວາ, ຮອບດ້ານກ່ວາ ແລະ ມີຄວາມສາມາດທົນທານໄດ້ດີກ່ວາ, ສ້າງຜົນກະທົບຫຼາຍແງ່ມູນ ເພື່ອບັນລຸໄດ້ບັນດາເປົ້າໝາຍພັດທະນາແບບຍືນຍົງ (SDG) ໃນປີ 2030.
ເພີ່ມທະວີການຮ່ວມມືກ່ຽວກັບສະບຽງອາຫານ, ທັນຍາຫານໃນເງື່ອນໄຂ “ເປັນປົກກະຕິໃໝ່” - ảnh 1ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຟ້າມບິ່ງມິນ ກ່າວຄຳເຫັນທີ່ການໂອ້ລົມສົນທະນາ
(ພາບ: VGP)

ຕອນເຊົ້າວັນທີ 16 ກໍລະກົດ, ຢູ່ຮ່າໂນ້ຍ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໄດ້ສົມທົບກັບຜູ້ຕາງໜ້າບັນດາກະຊວງ, ຂະແໜງການ ແລະ ບັນດາຝ່າຍທີ່ກ່ຽວຂ້ອງ ຈັດການໂອ້ລົມສົນທະນາແຫ່ງຊາດຄັ້ງທີ 2 ກ່ຽວກັບລະບົບສະບຽງອາຫານ - ທັນຍາຫານ ຂອງຫວຽດນາມ, ມຸ່ງໄປເຖິງກອງປະຊຸມຂັ້ນສູງກ່ຽວກັບລະບົບສະບຽງອາຫານ - ທັນຍາຫານຂອງ ສປຊ ທີ່ຈະດຳເນີນໃນເດືອນກັນຍາປີນີ້. ການໂອ້ລົມສົນທະນາເພື່ອແນໃສ່ແບ່ງປັນໝາກຜົນຂອງການແລກປ່ຽນ, ປຶກສາຫາລືຢູ່ ວາລະໂອ້ລົມສົນທະນາແຫ່ງຊາດຄັ້ງທີ 1 ແລະ 3 ວາລະໂອ້ລົມສົນທະນາເຕັກນິກຢູ່ເຂດພາກເໜືອ, ພາກກາງ ແລະ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ທີ່ໄດ້ຮັບການຈັດຂຶ້ນໃນເດືອນ ມິຖຸນາ ແລະ ກໍລະກົດ ທີ່ຜ່ານມາ.

ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຟ້າມບິ່ງມິນ ຢືນຢັນວ່າ, ເຖິງວ່າຖືກຜົນສະທ້ອນຈາກໂລກລະບາດໂຄວິດ-19 ແລະ ການປ່ຽນແປງຂອງດິນຟ້າອາກາດ, ໄພສຳມະຊາດກໍ່ຕາມ, ແຕ່ຂະແໜງກະສິກຳຂອງຫວຽດນາມ ໃນປີຜ່ານມາຍັງຮັກສາທ່າເຕີບໂຕ 2,68%. ນອກຈາກການຮັບປະກັນຄວາມໝັ້ນຄົງດ້ານສະບຽນອາຫານ, ທັນຍາຫານໃຫ້ແກ່ພົນລະເມືອງເກືອບ 100 ລ້ານຄົນແລ້ວ, ປີ 2020, ຫວຽດນາມ ຮັກສາການສົ່ງອອກຜະລິດຕະພັນກະເສດບັນລຸກວ່າ 41 ຕື້ USD ແລະ ໃນ 6 ເດືອນຕົ້ນປີ 2021 ວົງເງິນສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳບັນລຸ 24,3 ຕື້ USD, ປະກອບສ່ວນຕັ້ງໜ້າເຂົ້າໃນການຮັບປະກັນຄວາມປອດໄພດ້ານສະບຽງອາຫານໂລກ. ເນັ້ນໜັກເຖິງຜົນສະທ້ອນຈາກໂລກລະບາດໂຄວິດ-19, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິນ, ໃຫ້ຮູ້ວ່າ:

        “ລັດຖະບານ ຫວຽດນາມ ມີຄວາມຮັບຮູ້ຢ່າງເລິກເຊິ່ງວ່າຕ້ອງການມີການຮ່ວມມືກັນຢ່າງແໜ້ນແຟ້ນລະຫວ່າງບັນດາຝ່າຍທີ່ກ່ຽວຂ້ອງ, ນັບທັງ 2 ຝ່າຍ ແລະ ຫຼາຍຝ່າຍໃນລະບົບສະບຽງອາຫານ, ທັນຍາຫານ ເພື່ອແນໃສ່ສ້າງບັນດາການປ່ຽນແປງຢ່າງເລິກເຊິ່ງ, ກວາງຂວາງຂອງທັງລະບົບ. ເລື່ອງດັ່ງກ່າວຈະຊ່ວຍປະຕິບັດເປັນຢ່າງດີກວ່າວຽກງານຫຼົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ຮັບປະກັນຄວາມປອດໄພດ້ານສະບຽງອາຫານ ແລະ ໂພສະນາການຢູ່ບັນດາເຂດຊົນນະບົດ, ເຂດຊົນເຜົ່າສ່ວນໜ້ອຍ ແລະ ກຸ່ມຖືກຄວາມສ່ຽງສູງກວ່າເພິ່ນ, ພິເສດແມ່ນແມ່ຍິງ ແລະ ເດັກນ້ອຍ. ນີ້ກໍ່ແມ່ນກາລະໂອກາດທີ່ດີເພື່ອເຊື່ອມຕໍ່ພັດທະນາລະບົບມູນຄ່າຜະລິດຕະພັນກະເສດຫຼັກແຫຼ່ງຂອງ ຫວຽດນາມ ຕາມທິດກະຈ່າງແຈ້ງ, ມີຄວາມຮັບຜິດຊອບ ແລະ ໝັ້ນຄົງ”.

        ຕີລາຄາສູງບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ໃນການຮັບປະກັນຄວາມປອດໄພດ້ານສະບຽງອາຫານ ແລະ ການພັດທະນາກະສິກຳ, ທ່ານນາງ Carolyn Turk, ຜູ້ອຳນວຍການໃຫຍ່ແຫ່ງຊາດທະນາຄານໂລກປະຈຳຫວຽດນາມ ໃຫ້ຄຳໝັ້ນສັນຍາຈະສືບຕໍ່ໜູນຊ່ວຍລັດຖະບານ ຫວຽດນາມ ຮັບມືກັບບັນດາສິ່ງທ້າທາຍ ກໍຄືເຂົ້າຮ່ວມໃນກົນໄກການເງິນ ແລະ ແບ່ງປັນບົດຮຽນພ້ອມກັບບັນດາຄູ່ຮ່ວມມືພັດທະນາ ເພື່ອສາມາດໜູນຊ່ວຍຫວຽດນາມ ຜ່ານຜ່າບັນດາສິ່ງທ້າທາຍ, ຄວາມຫຍຸ້ງຍາກ.

ກອງປະຊຸມຂັ້ນສູງ ຂອງ ສປຊ ປີນີ້ເພື່ອແນໃສ່ກຳນົດທິດໃຫ້ລະບົບສະບຽງອາຫານທັນຍາຫານ ໄດ້ຮັບການພັດທະນາແບບຍືນຍົງກ່ວາ, ຮອບດ້ານກ່ວາ ແລະ ມີຄວາມສາມາດທົນທານໄດ້ດີກ່ວາ, ສ້າງຜົນກະທົບຫຼາຍແງ່ມູນ ເພື່ອບັນລຸໄດ້ບັນດາເປົ້າໝາຍພັດທະນາແບບຍືນຍົງ (SDG) ໃນປີ 2030.

ຕອບກັບ

ຂ່າວ/ບົດ​ອື່ນ