ເພີ່ມທະວີການຮ່ວມມືຊັບສິນທາງປັນຍາຫວຽດນາມ, ລາວ, ກຳປູເຈຍ ແລະ ມຽນມາ

ເພີ່ມທະວີການຮ່ວມມືຊັບສິນທາງປັນຍາຫວຽດນາມ, ລາວ, ກຳປູເຈຍ ແລະ ມຽນມາ - ảnh 1
(ພາບປະກອບ)

(vovworld) – ​“ຊັບ​ສິນ​ທາງ​ປັນຍາ ​ແລະ ​ເຄື່ອງໝາຍ​​ຜະລິດ​ຕະພັນສະຫງວນ​ໃຫ້​ແກ່ຫວຽດນາມ, ລາວ, ກຳປູ​ເຈຍ ​ແລະ ມຽນມາ” ​ແມ່ນ​ຫົວ​ຂໍ້​ຂອງ​ກອງ​ປະຊຸມ​ສຳ​ມະ​ນາ​ໂດຍ​ກົມຊັບ​ສິນ​ທາງ​ປັນຍາຈັດ​ຕັ້ງ ​ໃນ​ຕອນ​ເຊົ້າ​ວັນ​ທີ 08/09, ຢູ່​ຮ່າ​ໂນ້ຍ ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງບັນດາ​ຜູ້​ແທນ, ຄູ​ສອນ​ທີ່​ມາ​ຈາກ​ອົງການຊັບ​ສິນ​ທາງ​ປັນຍາ​ໂລກ ​ແລະ 4 ປະ​ເທດ ລາວ, ກຳ​ປູ​ເຈຍ, ມຽນມາ ​ແລະ ຫວຽດນາມ. ຕາມ​ທ່ານ ​ເຈີ່ນ​ຫິ​ວນາມ, ຮອງ​ຫົວ​ໜ້າ​ກົມຊັບ​ສິນ​ທາງ​ປັນຍາ​ແລ້ວ, ຊັບ​ສິນ​ທາງ​ປັນຍານັບ​ມື້​ນັບ​ຢືນຢັນ​ບົດບາດ​ສຳຄັນ​ໃນ​ການ​ເພີ່ມ​ທະວີ​ການ​ເຕີບ​ໂຕ ​ແລະ ພັດທະນາ​ເສດຖະກິດ​ຂອງ​ບັນດາ​ວິ​ສາ​ຫະກິດ, ອົງການ​ຈັດ​ຕັ້ງ ​ແລະ ທຸກໆ​ປະ​ເທດ​ໃນ​ທົ່ວ​ໂລກ, ພິ​ເສດ​ແມ່ນ​ສຳລັບ​ພື້ນຖານ​ເສດຖະກິດ​ພູມ​ປັນຍາ​ເຊິ່ງຫວຽດນາມ ​ແລະ ບັນດາ​ປະ​ເທດ​ພວມ​ມຸ່ງ​ໄປ​ເຖິງ. ຫວຽດນາມ ກໍ່​ຄື​ບັນດາ​ປະ​ເທດ​ພວມ​ພັດທະນາ​ອື່ນ ຕ້ອງ​ປະຕິບັດ​ບັນດາ​ມາດ​ຕະການ​ຈຳ​ເປັນ​ໃຫ້ການ​ພັດທະນາ​ເຄື່ອງໝາຍ​ຂອງ​ຜະລິດ​ຕະພັນ, ຍົກ​ສູງ​ກຳລັງ​ແກ້ງ​​ແຍ້ງ​ຜ່ານ​ຍຸດ​ທະ​ສາດ​ໂຄສະນາ​ເຄື່ອງໝາຍ.

        ທ່ານ David Faulks, ຜູ້ອຳ​ນວຍການ​ບໍລິຫານ​ບໍລິສັດ Generation Alliance ຖື​ວ່າ, ​ໃນ​ຕໍ່ໜ້າ, ຫວຽດນາມ ຕ້ອງ​ກຳນົດ​​ໄດ້​ຜະລິດ​ຕະພັນ​ຕົ້ນ​ຕໍ່ ຕິດ​ພັນ​ກັບ​ພູມສາ​ດ, ປະຊາ​ຄົມ ​ແລະ ​ເລື່ອງລາວ​ທີ່​ດູດ​ດື່ມ​ເພື່ອ​ສາມາດ​ດຶງ​ດູດ​ຜູ້​ອຸປະ​ໂພ​ກ ບໍລິ​ໂພ​ກ. ຕໍ່​ຈາກ​ນັ້ນ ຕ້ອງ​ສ້າງ​ຍຸດທະ​ສາດ​ເຄື່ອງໝາຍການ​ຄ້າ​ຢ່າງ​ແຮງ ​ເພື່ອ​ໜູນ​ຊ່ວຍ​ບັນດາ​ຈຸດໝາຍ​ດຳ​ເນີນ​ທຸລະ​ກິດ, ລົງທຶນ​ເຂົ້າວິວັດ​ການ​ມີ​ຫົວ​ຄິດ​ປະດິດ​ສ້າງ ​ໃນ​ນັ້ນ​ມີ​ການ​ເຊື່ອມ​ຕໍ່​ຂອງ 3 ປັດ​ໃຈ​ຄື ມະນຸດ, ສະຖານ​ທີ່ ​ແລະ ຜະລິດ​ຕະພັນ; ຮັບປະກັນ​ຄຸນຄ່າ​ສູງ​ສຸດ​ທີ່​ໄດ້​ຮັກສາ​ໄວ້​ຢູ່​ຂັ້ນ​ທ້ອງ​ຖິ່ນ.

ຂ່າວ/ບົດ​ອື່ນ