ເພີ່ມທະວີການຮ່ວມມືດ້ານການຄ້າລະຫວ່າງແຂວງ ກວາງຈິ ແລະ ແຂວງສະຫວັນນະເຂດ

(VOVWORLD) - ວັນທີ  13 ມີນາ, ທີ່ນະຄອນດົງຮ່າ, ຄະນະກຳມະການປະຊາຊົນ ແຂວງກວາງຈິ  (ຫວຽດນາມ) ໄດ້ສົມທົບກັບ ອຳນາດການປົກຄອງແຂວງ ແຂວງສະຫວັນນະເຂດ ຂອງ ລາວ  ແລະ ສະຖາບັນແມ່ນ້ຳຂອງຈັດຕັ້ງກອງປະຊຸມສຳມະນາດ້ວຍຫົວຂໍ້ທີ່ວ່າ “ອຳນວຍຄວາມສະດວກດ້ານການຄ້າຂ້າມຊາຍແດນ ສຳລັບຜະລິດຕະພັນກະເສດຢູ່ ດ່ານຊາຍແດນສາກົນລາວບາວ - ແດນສະຫວັນ”.
ເພີ່ມທະວີການຮ່ວມມືດ້ານການຄ້າລະຫວ່າງແຂວງ ກວາງຈິ ແລະ ແຂວງສະຫວັນນະເຂດ - ảnh 1 ທີ່ກອງປະຊຸມສຳມະນາ (ພາບ: baoquangtri.vn)

 ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນເຂົ້າຮ່ວມໄດ້ຈັດແບ່ງເປັນໜ່ວຍ ປຶກສາຫາລື ເພື່ອຄົ້ນຄວ້າ, ຊອກຫາວີທີດີທີ່ສຸດ, ສ້າງຄວາມສະດວກດ້ານການຄ້າຂ້າມຊາຍແດນໃຫ້ແກ່ ສິນຄ້າ ປະເພດຜະລິດຕະພັນກະເສດ ແລະ ວັດຖຸກະສິກຳ ຄື ກໍ່ສ້າງບັນດາມາດຕະຖານລວມ ຮັບປະກັນຄວາມໂປ່ງໃສ ກ່ຽວກັບລະບຽບການ ແລະ ຄ່າບໍລິການຢູ່ບັນດາດ່ານຊາຍແດນລຽບຕາມແລວເສດຖະກິດ ຕາເວັນອອກ - ຕາເວັນຕົກ ມີປື້ມຄູ່ມືແນະນຳຢ່າງລະອຽດຂອງແຕ່ລະປະເທດ ກ່ຽວກັບພາສີອາກອນໃນການຜະລິດກະສິກຳໃຫ້ແກ່ບັນດານັກລົງທຶນທີ່ຢູ່ພາຍໃນ ແລະ ຕ່າງປະເທດ, ປື້ມຄູ່ມືແນະນຳລະຫວ່າງສອງຝ່າຍ ກ່ຽວກັບການລົງທຶນດຳເນີນທຸລະກິດຄ້າຂາຍຂ້າມຊາຍແດນ. ຈາກນັ້ນ, ສອງຝ່າຍເຫັນດີເປັນເອກະພາບຕໍ່ບັນດາມາດຕະການ ເພື່ອອຳນວຍຄວາມສະດວກໃຫ້ແກ່ ການນຳເຂົ້າ, ສົ່ງອອກສິນຄ້າປະເພດຜະລິດຕະພັນກະເສດ ແລະ ວັດຖຸກະສິກຳຜ່ານຊາຍແດນ.

ຕອບກັບ

ຂ່າວ/ບົດ​ອື່ນ