ເພີ່ມທະວີການຮ່ວມມືດ້ານການທ່ອງທ່ຽວລະຫວ່າງບັນດາທ້ອງຖິ່ນ

(VOVWORLD) -ວັນທີ 3 ເມສາ, ຢູ່ນະຄອນ ຫາຍຟ່ອງ, ພະແນກທ່ອງທ່ຽວ, ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ 5 ແຂວງ ແລະ ນະຄອນຢູ່ພາກກາງຄື ກວາງບິ່ງ, ກວາງຈີ, ເທືອທຽນ-ເຫ້ວ, ກວາງນາມ ແລະ ດ່າໜັງ ໄດ້ຈັດຕັ້ງກອງປະຊຸມຮ່ວມມືພັດທະນາການທ່ອງທ່ຽວກັບຫາຍຟ່ອງ, ກວາງນິງ. 
ເພີ່ມທະວີການຮ່ວມມືດ້ານການທ່ອງທ່ຽວລະຫວ່າງບັນດາທ້ອງຖິ່ນ - ảnh 1ຜູ້ຕາງໜ້າຂະແໜງການທ່ອງທ່ຽວ 5 ແຂວງ ແລະ ນະຄອນພາກກາງກໍ່ໄດ້ລົງນາມໃນສັນຍາຮ່ວມມືພັດທະນາການທ່ອງທ່ຽວກັບນະຄອນ ຫາຍຟ່ອງ ແລະ ແຂວງ ກວາງນິງ ໄລຍະ 2022-2025 (ພາບ: TTXVN)

ທີ່ກອງປະຊຸມ, ຜູ້ຕາງໜ້າບັນດາຂະແໜງການທ່ອງທ່ຽວທ້ອງຖິ່ນ ແລະ ວິສາຫະກິດໄດ້ແນະນຳບັນດາລາຍການສົ່ງເສີມການຄ້າ, ໂຄສະນາ, ບັນດາຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກສະເພາະ ເພື່ອຕ້ອນຮັບແຂກທ່ອງທ່ຽວຈາກ ຫາຍຟ່ອງ, ກວາງນິງ ແລະ ບັນດາແຂວງໃກ້ຄຽງຄື: ຫາຍເຢືອງ, ຖ໊າຍບິ່ງ ໄປຍັງ 5 ແຂວງ, ນະຄອນພາກກາງ.

ຜູ້ຕາງໜ້າຂະແໜງການທ່ອງທ່ຽວ 5 ແຂວງ ແລະ ນະຄອນພາກກາງກໍ່ໄດ້ລົງນາມໃນສັນຍາຮ່ວມມືພັດທະນາການທ່ອງທ່ຽວກັບນະຄອນ ຫາຍຟ່ອງ ແລະ ແຂວງ ກວາງນິງ ໄລຍະ 2022-2025. ບັນດາຝ່າຍຮ່ວມສຳພັນຕາມຫຼັກການທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ ເພື່ອເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າແຮງຂອງບັນດາທ້ອງຖິ່ນ. ເນື້ອໃນຂອງການຮ່ວມສຳພັນ,  ຮ່ວມມືແມ່ນສຸມໃສ່ 3 ຂົງເຂດຄື ການຮ່ວມມືດ້ານການຄຸ້ມຄອງລັດກ່ຽວກັບການທ່ອງທ່ຽວ, ການຮ່ວມມືພັດທະນາຜະລິດຕະພັນການທ່ອງທ່ຽວ, ການຮ່ວມມືໂຄສະນາ ແລະ ສົ່ງເສີມການທ່ອງທ່ຽວ.

ຕອບກັບ

ຂ່າວ/ບົດ​ອື່ນ