ເພີ່ມທະວີການຮ່ວມມືດ້ານການປ້ອງກັນຊາດຢ່າງໝັ້ນຄົງຍາວນານລະຫວ່າງຫວຽດນາມ-ກຳປູເຈຍ

ເພີ່ມທະວີການຮ່ວມມືດ້ານການປ້ອງກັນຊາດຢ່າງໝັ້ນຄົງຍາວນານລະຫວ່າງຫວຽດນາມ-ກຳປູເຈຍ - ảnh 1
(​ການເຈ​ລະ​ຈາ​ລະ​ຫວ່າງ 2 ຝ່າຍ)

(vovworld) - ​ ​ໂດຍ​ໄດ້​​ຮັບ​ຄຳ​ເຊີນ​ຂອງພົນ​ເອກ Tea Banh, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ແຫ່ງ​ລາ​ຊະ​ອາ​ນາ​ຈັກ​ກຳ​ປູ​ເຈຍ, ທ່ານ​ພົນ​ເອກ ໂງ​ຊວນ​ລິກ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດຫວຽດ​ນາມ ໄດ້​ນຳ​ໜ້າ​ຄະ​ນະ​ຜູ້​ແທນ​ການ​ທະ​ຫານ​ຂັ້ນ​ສູ​ງ​ຫວຽດ​ນາມ ໄປ​ຢ້ຽມ​ຢາມ​ມິດ​ຕະ​ພາບ​ລາ​ຊະ​ອາ​ນາ​ຈັກ​ກຳ​ປູ​ເຈຍ ຢ່າງ​ເປັນ​ທາງ​ການ ໃນ​ລະ​ຫວ່າງວັນ​ທີ 31/05 – 01/06. ຕອນ​ເຊົ້າ​ວັນ​ທີ 01/06, ຢູ່​ສຳ​ນັກ​ງານ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ກຳ​ປູ​ເຈຍ, ພົນ​ເອກ ໂງ​ຊວນ​ລິກ ແລະ ຄະ​ນະ​ຜູ້​ແທນ​ການ​ທະ​ຫານ​ຂັ້ນ​ສູງ​ຫວຽດ​ນ​າມ ໄດ້​ດຳ​ເນີນ​ການ​ເຈ​ລະ​ຈາ​ກັບ​ຄະ​ນະ​ຜູ້​ແທນ​ການ​ທະ​ຫານ​ຂັ້​ນ​ສູງ​ແຫ່ງ​ລາ​ຊະ​ອາ​ນາ​ຈັກ​ກຳ​ປູ​ເຈຍ, ໂດຍ​ທ່ານ​ພົນ​ເອກ Tea Banh ເປັນ​ຫົວ​ໜ້າ​ຄະ​ນະ. ລັດ​ຖະ​ມົນ​ຕີ 2 ທ່ານ​ໄດ້​ຖື​ວ່າ, ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​​ຊາດ​​ລະ​ຫວ່າງ​ 2 ຝ່າຍໄດ້​ຮັບ​ການ​ຜັ​ນ​ຂະ​ຫຍາຍ​ບົນ​ຈິດ​ໃຈອະ​ນຸ​ສັນ​ຍາ​ກ່ຽວ​ກັບ​ການ​ປ້ອງ​ກັນ​ຊາດ ແລະ ບັນ​ດາ​ຂໍ້​ຕົກ​ລົງ​ທີ່​ບັນ​ລຸ​ໄ​ດ້​ລະ​ຫວ່າງລັດ​ຖ​ະ​ບານ ແລະ ກອງ​ທັບ 2 ປະ​ເທດ. ລັດ​ຖະ​ມົນ​ຕີ 2 ທ່ານ​ໄດ້​ເຫັນ​ດີ​ນຳ​ກັນ​ວ່າ ໃນ​ໄລ​ຍະ​ຈະ​ມາ​ເຖິງ​ຈະ​ສືບ​ຕໍ່​ຜັນ​ຂະ​ຫຍາຍ​ຢ່າງ​ຄົບ​ຖ້ວນ ແລະ ມີ​ປະ​ສິດ​ທິ​ຜົນ​ບັນ​ດາ​ເນື້ອ​ໃນ​ຂອງ​ອະ​ນຸ​ສັນ​ຍ​າ ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ປ​້ອງ​ກັນ​ຊາດ ດ້ວ​ຍ​​ຈຸດໝາຍ​ເພີ່ມ​ທະ​ວີ​ຄວາມ​ຮູ້, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງ​ກັນ ແລະ ກັນ, ຮັບ​ປະ​ກັນ​ສະ​ພາບ​ແວດ​ລ້ອມ​ສັນ​ຕິ​ພາບ, ສະ​ຖຽ​ນ​ລະ​ພາບ​ໃຫ້​ທັງ 2 ຝ່າຍ​ໃນ​ການພັດ​ທະ​ນາ​ເສດ​ຖະ​ກິດ ແລະ ເຮັດ​ໃຫ້​ບັນ​ດາ​ກົນ​ອຸ​ບາຍ​ແບ່ງ​ແຍກ​ການ​ພົວ​ພ​ັນ 2 ປະ​ເທດ​ຖືກ​ປະ​ລ​າ​ໄຊ.

        ​ສ່ວນທ່ານ​ພົນ​ເອກ​ ໂງ​ຊວນ​ລິກ ​ໄດ້​ໃຫ້​ຮູ້​ວ່າ, ເລື່ອງ​ເລືອກ​ເອົາ​ກຳ​ປູ​ເຈຍ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປະ​ເທດ​ທຳ​ອິດ​ປະ​ຕິ​ບັດ​ການ​ໄປ​ຢ້ຽມ​ຢາມ ໃນ​ຖາ​​ນະ​ຕຳ​ແໜ​່ງ​ໃໝ່, ອີກ​ຄັ້ງ​ໜຶ່ງ​ໄດ້​​ເປັນ​ການຢືນ​ຢັນ​ວ່າ ຫວຽດ​ນາມ ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ຮອບ​ດ້ານ​ກັບ​ກ​ຳ​ປູ​ເຈຍ.

ຂ່າວ/ບົດ​ອື່ນ