ເພີ່ມທະວີການຮ່ວມມືດ້ານການປ້ອງກັນປະເທດ ເພື່ອຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຟີລິປິນ

(VOVWORLD) - ໂດຍສືບຕໍ່ການເຂົ້າຮ່ວມກອງປະຊຸມລັດຖະມົນຕີປ້ອງກັນປະເທດບັນດາປະເທດ ອາຊຽນ (ADMM) ຄັ້ງທີ 11 ແລະ ກອງປະຊຸມລັດຖະມົນຕີປ້ອງກັນປະເທດບັນດາປະເທດ ອາຊຽນ ເປີດກວ້າງ (ADMM+) ຄັ້ງທີ 4,
ເພີ່ມທະວີການຮ່ວມມືດ້ານການປ້ອງກັນປະເທດ ເພື່ອຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຟີລິປິນ - ảnh 1 ທ່ານພົນເອກ ໂງຊວນລິກ ແລະ ທ່ານປະທານາທິບໍດິ ຟິລິບປິນ Rodrigo Duterte (ພາບ: qdnd)

ທ່ານພົນເອກ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນການທະຫານຂັ້ນສູງ ຫວຽດນາມ ໄປຢ້ຽມຢາມ ຟີລິປິນ ຢ່າງເປັນທາງການ ຕາມຄຳເຊີນຂອງ ທ່ານລັດຖະມົນຕີປ້ອງກັນປະເທດ ປະເທດເຈົ້າພາບ  Delfin Lorenzana. ທີ່ການຕ້ອນຮັບ ທ່ານລັດຖະມົນຕີ ໂງຊວນລິກ ແລະ ຄະນະຜູ້ແທນການທະຫານຂັ້ນສູງ ຫວຽດນາມ ຢູ່ທຳນຽບປະທານາທິບໍດີ ໃນຕອນບ່າຍວັນທີ 25 ຕຸລາ, ທ່ານປະທານາທິບໍດິ ຟິລິບປິນ Rodrigo Duterte ຖືວ່າ: “ການຮ່ວມມືໃນຂົງເຂດປ້ອງກັນປະເທດລະຫວ່າງສອງປະເທດໄລຍະຜ່ານມາ ບັນລຸໄດ້ໝາກຜົນຕັ້ງໜ້າຫຼາຍຢ່າງ ແລະ ແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນຂອງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ. ທ່ານປະທານາທິບໍດິ ຟິລິບປິນ Rodrigo Duterte ປາຖະໜາວ່າ ການພົວພັນດ້ານການປ້ອງກັນປະເທດສອງປະເທດນັບມື້ນັບພັດທະນາກວ່າອີກ ແລະ ໃຫ້ຄຳໝັ້ນສັນຍາ ຈະໜູນຊ່ວຍການຮ່ວມມືລະຫວ່າງກອງທັບສອງປະເທດ.

        ສ່ວນ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໂງຊວນລິກ ໄດ້ຕີລາຄາສູງເລື່ອງ ຟີລິບປິນ ສຳເລັດບົດບາດເປັນປະທານ ອາຊຽນ ປີ 2017 ຢ່າງຈົບງາມ, ຖືວ່າ ຟີລິບປິນ ໄດ້ປະກອບສ່ວນຊຸກຍູ້ການຮ່ວມມືດ້ານປ້ອງກັນປະເທດ ອາຊຽນ ກໍ່ຄືລະຫວ່າງ ອາຊຽນ ແລະ ບັນດາຄູ່ຮ່ວມມື.

        ວັນທີ 26 ຕຸລາ, ທ່ານລັດຖະມົນຕີ ຫວຽດນາມ ໂງຊວນລິກ ໄດ້ດຳເນີນການເຈລະຈາກັບ ທ່ານລັດຖະມົນຕີປ້ອງກັນປະເທດ ຟີລິບປິນ Delfin Lorenzana. ທີ່ການເຈລະຈາ, ສອງຝ່າຍເຫັນດີເປັນເອກະພາບຕີລາຄາການພົວພັນຮ່ວມມືດ້ານການປ້ອງກັນປະເທດ ລະຫວ່າງສອງປະເທດ ໄດ້ມີບັນດາບາດກ້າວພັດທະນາຢ່າງຕັ້ງໜ້າ. ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ປຶກສາຫາລື, ສົມທົບກັນ ແລະ ໜູນຊ່ວຍເຊິ່ງກັນ ແລະ ກັນ ໃນບັນດາເວທີປາໄສຫຼາຍຝ່າຍ ຢ່າງຕັ້ງໜ້າ. ສອງຝ່າຍກໍ່ໄດ້ເປັນເອກະພາບຍູ້ແຮງການຮ່ວມມືຄົ້ນຄວ້າ, ຜະລິດບັນດາຜະລິດຕະພັນໃນຂົງເຂດອຸດສາຫະກຳປ້ອງກັນປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ