ເພີ່ມທະວີການຮ່ວມມືດ້ານຕຸລາການລະຫວ່າງຫວຽດນາມ-ສ.ເກົາຫຼີ

ເພີ່ມທະວີການຮ່ວມມືດ້ານຕຸລາການລະຫວ່າງຫວຽດນາມ-ສ.ເກົາຫຼີ - ảnh 1
2 ຝ່າຍຖ່າຍຮູບທີ່ລະນຶກ

(vovworld) – ວັນ​ທີ 5/7, ຢູ່​ຮ່າ​ໂນ້ຍ, ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ຫົວ​ເລື່ອງ​ສະ​ເພາະ​ດ້ານ​ຕຸລາການ​ຮ່ວມ ຫວຽດນາມ - ສ. ​ເກົາຫຼີ ປີ 2016 ດ້ວຍ​ຫົວ​ຂໍ້​ວ່າ “ສະຫລຸບ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ລະຫວ່າງ ສານ ຫວຽດນາມ - ສານ ສ.​ເກົາຫຼີ ​ແລະ ກຳນົດ​ທິດ​ການ​ພັດທະນາ”. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ຜູ້​ພິພາກສາ Kim Yon Sung, ສະຖາ​ບັນ​ຄົ້ນ​ຄ້ວາ ​ແລະ ບຳລຸ​ງສ້າງ​ຕຸລາການ ສ. ​ເກົາຫຼີ ຫວັງ​ວ່າ 2 ຝ່າຍ​ຮ່ວມ​ມື​ເພື່ອ​ບ​ຳລຸງ​ສ້າງ​ກຸ່ມ​ນັກ​ຊ່ຽວຊານ​ມີ​ຄວາມ​ຮູ້, ຄວາມ​ເຂົ້າ​ໃຈ ກ່ຽວ​ກັບ​ກົດໝາຍ ສ. ​ເກົາຫຼີ​ ​ໃຫ້​ແກ່​ລະບົບ​ສານ ຫວຽດນາມ, ພ້ອມ​ທັງ​ຕັ້ງໜ້າ​ຜັນ​ຂະຫຍາຍ​ການ​ກໍ່ສ້າງ​ໂຄງການ​ບຳລຸງ​ສ້າງ​ໄລຍະ​ຍາວ​ໃຫ້​ແກ່​ຜູ້​ພິພາກສາ, ພະນັກງານ​ສານ ຫວຽດນາມ. ທ່ານ​ຮອງ​ປະທານ​ສານປະຊາຊົນ​ສູງ​ສຸດ ຫງວຽນ​ວັນ​ທວນ ຫວັງ​ວ່າ ສານ​ສູງ​ສຸດ​ຂອງ 2 ປະ​ເທດຈະ​ຮັກສາ ​ແລະ ພັດທະນາ​ບັນດາ​ໝາກຜົນ​ຮ່ວມ​ມື​ທີ່​ບັນລຸ​ໄດ​້, ​ເພີ່ມ​ທະວີ​ການ​ສົ່ງ​ເສີມ​ເພື່ອ​ສືບ​ຕໍ່​​ເຊັນສັນຍາ ​ແລະ ຜັນ​ຂະຫຍາຍ​​ໄລຍະ​ຕໍ່​​ໄປ​ຂອງ​ໂຄງການ​ຮ່ວມ​ມື, ປະກອບສ່ວນ​ເຂົ້າ​ໃນ​ວິວັດ​ການ​ປະຕິ​ຮູບ, ກໍ່ສ້າງ ​ແລະ ພັດທະນາ​ລະບົບ​ສານ ຫວຽດນາມ.


ຂ່າວ/ບົດ​ອື່ນ