ເພີ່ມທະວີການຮ່ວມມືດ້ານຖະແຫຼງຂ່າວ ແລະ ສື່ສານ ລະຫວ່າງ ຫວຽດນາມ - ລາວ

(VOVWORLD) - ທ່ານ ຮອງນາຍົກລັດຖະມົນຕີ ລາວ ສົມດີ ດວງດີ ໄດ້ຕີລາຄາສູງປະສິດທິຜົນໃນການຮ່ວມມືລະຫວ່າງກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ກັບບັນດາກະຊວງ, ຂະແໜງການຂອງ ລາວ ໃນໄລຍະທີ່ຜ່ານມາ.
ເພີ່ມທະວີການຮ່ວມມືດ້ານຖະແຫຼງຂ່າວ ແລະ ສື່ສານ ລະຫວ່າງ ຫວຽດນາມ - ລາວ - ảnh 1ທ່ານ ຫງວຽນແມ້ງຮູ່ງ ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ. 

ວັນທີ 12 ມີນາ, ຢູ່ ນະຄອນຫຼວງວຽງຈັນ, ປະເທດລາວ, ທ່ານ ສົມດີ ດວງດີ  ຮອງນາຍົກລັດຖະມົນຕີ ທັງເປັນ ລັດຖະມົນຕີກະຊວງການເງິນ ລາວ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ໂດຍທ່ານ ຫງວຽນແມ້ງຮູ່ງ ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ເປັນຫົວໜ້າຄະນະ,ທີ່ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ ໃນລະຫວ່າງວັນທີ 11 – 13 ມີນາ.

ນະທີ່ນີ້, ທ່ານ ຫງວຽນແມ້ງຮູ່ງ ໄດ້ແຈ້ງໃຫ້ທ່ານຮອງນາຍົກລັດຖະມົນຕີຮັບຊາບບັນດາທິດທາງການຮ່ວມມືໃນໄລຍະຈະມາເຖິງ ລະຫວ່າງ ກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ກັບກະຊວງຖະແຫຼງຂ່າວ - ວັດທະນະທຳ ແລະ ທ່ອງທ່ຽວ ລາວ ແລະ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ລາວ, ພ້ອມທັງສະແດງຄວາມຫວັງວ່າ ທ່ານຮອງນາຍົກລັດຖະມົນຕີ ລາວ ຈະສືບຕໍ່ສ້າງເງື່ອນໄຂທີ່ສະດວກໃຫ້ແກ່ບັນດາວິສາຫະກິດ ຫວຽດນາມ ໃນການລົງທຶນດຳເນີນທຸລະກິດຢູ່ ລາວ, ໂດຍສະເພາະແມ່ນບັນດາວິສາຫະກິດທີ່ເຄື່ອນໄຫວໃນຂົງເຂດເຕັກໂນໂລຊີ - ຂໍ້ມູນຂ່າວສານ.

        ທ່ານ ຮອງນາຍົກລັດຖະມົນຕີ ລາວ ສົມດີ ດວງດີ ໄດ້ຕີລາຄາສູງປະສິດທິຜົນໃນການຮ່ວມມືລະຫວ່າງກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ກັບບັນດາກະຊວງ, ຂະແໜງການຂອງ ລາວ ໃນໄລຍະທີ່ຜ່ານມາ, ພ້ອມທັງຂອບໃຈລັດຖະບານ ຫວຽດນາມ, ກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ໃນການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃນຂົງເຂດເຕັກໂນໂລຊີ - ຂໍ້ມູນຂ່າວສານໃຫ້ແກ່ ລາວ. ທ່ານຮອງນາຍົກລັດຖະມົນຕີຫວັງວ່າ ລັດຖະບານ ຫວຽດນາມ ຈະສືບຕໍ່ຊ່ວຍບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃນຂົງເຂດດັ່ງກ່າວໃຫ້ແກ່ ລາວ.

    ກໍ່ໃນວັນດຽວກັນ, ທີ່ ນະຄອນຫຼວງວຽງຈັນ, ທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີກະຊວງຖະແຫຼງຂ່າວ - ວັດທະນະທຳ ແລະ ທ່ອງທ່ຽວ ລາວ ກໍ່ໄດ້ໃຫ້ການຕ້ອນຮັບ  ທ່ານ ຫວູຫ໋າຍ ຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ ໃນໂອກາດທີ່ທ່ານໄປຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ. ທີ່ການຕ້ອນຮັບ, ທ່ານ ລັດຖະມົນຕີ ບໍ່ແສງຄຳ ວົງດາລາ ໄດ້ຂອບໃຈຕໍ່ການຊ່ວຍເຫຼືອເຊິ່ງວິທະຍຸກະຈາຍສຽງ ຫວຽດນາມ ສະຫງວນໃຫ້ວິທະຍຸກະຈາຍສຽງແຫ່ງຊາດ ລາວ ແລະ ບາງວິທະຍຸກະຈາຍສຽງ - ໂທລະພາບ ທ້ອງຖິ່ນຂອງ ລາວ ໃນໄລຍະຜ່ານມາ, ພ້ອມທັງສະແດງຄວາມຫວັງວ່າທັງສອງຝ່າຍຈະສະຫງວນຄວາມເອົາໃຈໃສ່ເປັນພິເສດໃນການຊີ້ນຳບັນດາອົງການທີ່ມີໜ້າທີ່ຍູ້ໄວວິວັດການກະກຽມ, ຜັນຂະຫຍາຍຂໍ້ຕົກລົງທີ່ໄດ້ຮັບການລົງນາມແລ້ວ, ຍົກລະດັບເຄື່ອງອຸປະກອນເຕັກນິກ, ເຕັກໂນໂລຊີການກະຈາຍສຽງຢ່າງຮອບດ້ານ ແລະ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃນການນຳໃຊ້ພາຫະນະອຸປະກອນທັນສະໄໝຢ່າງມີປະສິດທິຜົນ, ເພື່ອແນໃສ່ຫັນຂະແໜງກະຈາຍສຽງຂອງ ລາວ ເປັນທັນສະໄຫມເທື່ອລະກ້າວ.

ຕອບກັບ

ຂ່າວ/ບົດ​ອື່ນ