ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບຊາຍແດນ ລະຫວ່າງ ແຂວງ ກວ໋າງບິ່ງ ແລະ ຄຳມ່ວນ

(VOVWORLD) -ບົດບັນທຶກໄດ້ສະແດງອອກເຖິງຄວາມເປັນເອກະພາບສູງໃນການຮ່ວມມືຮອບດ້ານບົນພື້ນຖານການພົວພັນມິດຕະພາບແບບພິເສດ, ຄວາມສາມັກຄີອັນໜຽວແໜ້ນ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຫວຽດນາມ - ລາວ ເວົ້າລວມ, ລະຫວ່າງສອງແຂວງ ກວ໋າງບິ່ງ - ຄໍາມ່ວນ  ເວົ້າສະເພາະ. 
ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບຊາຍແດນ ລະຫວ່າງ ແຂວງ ກວ໋າງບິ່ງ ແລະ ຄຳມ່ວນ - ảnh 1 ຫົວໜ້າຄະນະຜູ້ແທນຊາຍແດນແຂວງ ກວ໋າງບິ່ງ ແລະ ຫົວໜ້າຄະນະຜູ້ແທນຊາຍແດນແຂວງ ຄຳມ່ວນ ໄດ້ລົງນາມໃນບົດບັນທຶກຮ່ວມມືປີ 2019 (ພາບ: TTXVN)

ວັນທີ 22 ພະຈິກ, ທີ່ນະຄອນດົ່ງເຫີຍ (ກວ໊າງບິ່ງ), ຄະນະຜູ້ແທນຊາຍແດນ ແຂວງ ກວ໋າງບິ່ງ ສສ ຫວຽດນາມ ແລະ ຄະນະຜູ້ແທນຊາຍແດນແຂວງ ຄຳມ່ວນ, ສປປ ລາວ ໄດ້ມີການພົບປະເຈລະຈາ ແລະ ລົງນາມຮ່ວມມືມິດຕະພາບຮອບດ້ານ ລະຫວ່າງ ສອງແຂວງ. ສອງຝ່າຍໄດ້ປຶກສາຫາລືກ່ຽວກັບສະພາບການປະຕິບັດບົດບັນທຶກການຮ່ວມມືລະຫວ່າງ ສອງແຂວງ ກວ໋າງບິ່ງ ແລະ ຄຳມ່ວນ. ຕາມນັ້ນແລ້ວ, ສອງແຂວງໄດ້ຮັກສາການພົວພັນຮ່ວມມືໃນຂົງເຂດປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ແລະ ຊາຍແດນ ລະຫວ່າງ ບັນດາຂັ້ນອຳນາດການປົກຄອງ, ກຳລັງສະເພາະກິດ; ຮັກສາລະບອບການພົບປະເຈລະຈາປະຈຳປີ ລະຫວ່າງ ອົງການປົກຄອງຂັ້ນແຂວງ ແລະ ກຳລັງເຈົ້າໜ້າທີ່ເປັນຢ່າງດີ.

ຫົວໜ້າຄະນະຜູ້ແທນຊາຍແດນແຂວງ ກວ໋າງບິ່ງ ແລະ ຫົວໜ້າຄະນະຜູ້ແທນຊາຍແດນແຂວງ ຄຳມ່ວນ ໄດ້ລົງນາມໃນບົດບັນທຶກຮ່ວມມືປີ 2019. ບົດບັນທຶກໄດ້ສະແດງອອກເຖິງຄວາມເປັນເອກະພາບສູງໃນການຮ່ວມມືຮອບດ້ານບົນພື້ນຖານການພົວພັນມິດຕະພາບແບບພິເສດ, ຄວາມສາມັກຄີອັນໜຽວແໜ້ນ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຫວຽດນາມ - ລາວ ເວົ້າລວມ, ລະຫວ່າງສອງແຂວງ ກວ໋າງບິ່ງ - ຄໍາມ່ວນ  ເວົ້າສະເພາະ. ສອງຝ່າຍຈະສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນ, ເປັນປະຈຳ, ມີປະສິດທິຜົນ ລະຫວ່າງ ບັນດາຂັ້ນອຳນາດການປົກຄອງ ແລະ ກຳລັງຄຸ້ມຄອງ, ປ້ອງກັນຊາຍແດນ ສອງແຂວງ.

ຕອບກັບ

ຂ່າວ/ບົດ​ອື່ນ