ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ ລະ​ຫວ່າງ ຫວຽດ​ນາມ - ກາ​ນາ​ດາ

(VOVWORLD) -    ຕອນບ່າຍວັນທີ 11 ຕຸລາ, ຢູ່ສຳນັກງານກະຊວງປ້ອງກັນປະເທດ ຫວຽດນາມ, ທ່ານ ພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Shawn Steil, ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງ ການາດາ ປະຈຳ ຫວຽດນາມ.
ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ ລະ​ຫວ່າງ ຫວຽດ​ນາມ - ກາ​ນາ​ດາ - ảnh 1ທ່ານ ພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຕ້ອນຮັບທ່ານ Shawn Steil, ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງ ການາດາ ປະຈຳ ຫວຽດນາມ (ພາບ: qdnd.vn)

ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ຟານວັນຢາງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖືການພັດທະນາສາຍພົວພັນກັບ ການາດາ ເປັນສຳຄັນ, ໃນນັ້ນ ສາຍພົວພັນຮ່ວມມືດ້ານປ້ອງກັນຊາດ ນັບມື້ນັບສວມບົດບາດສຳຄັນໃນການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດ. ທ່ານລັດຖະມົນຕີ ຟານວັນຢາງ ກໍຫວັງວ່າ ທ່ານເອກອັກຄະລັດຖະທູດ Shawn Steil ຈະສືບຕໍ່ເອົາໃຈໃສ່ເຖິງການຊຸກຍູ້ການພົວພັນໃນບັນດາຂົງເຂດທີ່ພວມມີຢູ່ແລ້ວ, ພ້ອມທັງຄົ້ນຄວ້າຂະຫຍາຍອອກໄປສູ່ຂົງເຂດຮ່ວມມືທີ່ມີກຳລັງບົ່ມຊ້ອນອື່ນ, ສອດຄ່ອງກັບຜົນປະໂຫຍດ ແລະ ຄວາມຕ້ອງການຂອງແຕ່ລະປະເທດ, ສຸມໃສ່ການເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ໂດຍສະເພາະແມ່ນຂັ້ນສູງ, ຮັກສາການເຈລະຈາ - ປຶກສາຫາລື; ໃຫ້ບຸລິມະສິດຮ່ວມມືໃນຂົງເຂດການສຶກສາ, ປົກປັກຮັກສາສັນຕິພາບສປຊ… ປີ 2023 ແມ່ນປີສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງສອງປະເທດ ຄົບຮອບ 50 ປີ, ທ່ານພົນເອກ ຟານວັນຢາງ ຫວັງວ່າ ສອງຝ່າຍຈະຈັດຫຼາຍກິດຈະກຳຮ່ວມມືທີ່ມີຄວາມໝາຍ ເພື່ອເປັນຂີດໝາຍແກ່ເຫດການສຳຄັນນີ້.

        ສ່ວນທ່ານເອກອັກຄະລັດຖະທູດ Shawn Perry Steil ຢັ້ງຢືນວ່າ ໃນຖານະຕຳແໜ່ງຂອງຕົນ ທ່ານຈະຕັ້ງໜ້າປະກອບສ່ວນເພື່ອຊຸກຍູ້ການພົວພັນລະຫວ່າງສອງປະເທດ, ໃນນັ້ນ ມີການຮ່ວມມືດ້ານປ້ອງກັນຊາດທີ່ນັບມື້ນັບເຂົ້າສູ່ລວງເລິກ, ບັນລຸປະສິດທິຜົນຢ່າງແທດຈິງ, ສອດຄ່ອງກັບຄວາມຕ້ອງການ, ຜົນປະໂຫຍດຂອງແຕ່ລະປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ