ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດ ລະຫວ່າງ ຫວຽດນາມ - ສ.​ເກົາຫຼີ

(VOVWORLD) -ສອງຝ່າຍຄວນສືບຕໍ່ຜັນຂະຫຍາຍຂໍ້ຕົກລົງວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດສະບັບຕ່າງໆ ເຊິ່ງສອງຝ່າຍໄດ້ລົງນາມແລ້ວ ໃຫ້ມີປະສິດທິຜົນ; ເພີ່ມທະວີການແລກປ່ຽນຄະນະ, ແລກປ່ຽນນາຍທະຫາຍໜຸ່ມ, ແລກປ່ຽນບົດຮຽນ,ເຂົ້າຮ່ວມກໍາລັງຮັກສາສັນຕິພາບ ສປຊ ແລະ ໜູນຊ່ວຍການບໍາລຸງສ້າງກິລາກາຍຍະກໍາໃນກອງທັບ.
ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດ ລະຫວ່າງ ຫວຽດນາມ - ສ.​ເກົາຫຼີ - ảnh 1ທ່ານພົນເອກ ໂງຊວັນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຕ້ອນຮັບທ່ານ  Park Noh – Wan ເອກອັກຄະລັດຖະທູດ ຜູ້ມີອໍານາດເຕັມ ແຫ່ງ ສ.ເກົາຫຼີ ປະຈໍາ ສສ. ຫວຽດນາມ (ພາບ: TTXVN)

        ຕອນບ່າຍວັນທີ 1 ມິຖຸນາ, ຢູ່ສໍານັກງານກະຊວງປ້ອງກັນປະເທດຫວຽດນາມ, ກ່າວຄໍາເຫັນທີ່ການຕ້ອນຮັບທ່ານ  Park Noh – Wan ເອກອັກຄະລັດຖະທູດ ຜູ້ມີອໍານາດເຕັມ ແຫ່ງ ສ.ເກົາຫຼີ ປະຈໍາ ສສ. ຫວຽດນາມ, ທ່ານພົນເອກ ໂງຊວັນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ຢັ້ງຢືນວ່າ ໃນຊຸມປີມໍ່ໆມານີ້, ການຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດນາມ ແລະ ສ.ເກົາຫຼີ ໄດ້ມີບັນດາບາດກ້າວເດີນພັດທະນາ ໃນຫຼາຍຂົງເຂດ. ໃນໄລຍະຈະມາເຖິງ, ສອງຝ່າຍຄວນສືບຕໍ່ຜັນຂະຫຍາຍຂໍ້ຕົກລົງວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດສະບັບຕ່າງໆ ເຊິ່ງສອງຝ່າຍໄດ້ລົງນາມແລ້ວ ໃຫ້ມີປະສິດທິຜົນ; ເພີ່ມທະວີການແລກປ່ຽນຄະນະ, ແລກປ່ຽນນາຍທະຫາຍໜຸ່ມ, ແລກປ່ຽນບົດຮຽນ,ເຂົ້າຮ່ວມກໍາລັງຮັກສາສັນຕິພາບ ສປຊ ແລະ ໜູນຊ່ວຍການບໍາລຸງສ້າງກິລາກາຍຍະກໍາໃນກອງທັບ.

        ສ່ວນທ່ານ ເອກອັກຄະລັດຖະທູດ Park Noh – Wan ໄດ້ເນັ້ນໜັກວ່າ ໃນອາຍຸການປະຕິບັດງານຢູ່ຫວຽດນາມ ທ່ານຈະມານະພະຍາຍາມປະຕິບັດສໍາເລັດໜ້າທີ່ທີ່ໄດ້ຮັບການມອບໝາຍ, ປະກອບສ່ວນເຂົ້າໃນການຊຸກຍູ້ການພົວພັນລະຫວ່າງສອງປະເທດເວົ້າລວມ ແລະ ການຮ່ວມມືໃນດ້ານປ້ອງກັນຊາດລະຫວ່າງສອງປະເທດເວົ້າສະເພາະ ໃຫ້ສືບຕໍ່ພັດທະນາຢ່າງແທດຈິງ ແລະ ມີປະສິດທິຜົນ.


ຕອບກັບ

ຂ່າວ/ບົດ​ອື່ນ