ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດນາມ-ອິນເດຍ

ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດນາມ-ອິນເດຍ - ảnh 1

(ທ່ານ​ພົນ​ເອກ ​ຟຸ່ງກວາງ​ແທງ ​ຕ້ອນຮັບ ​ທ່ານ​ພົນ​ເອກ Arup Raha)

(vovworld) –​​​ ​ ຕອນ​ບ່າຍ​ບັນ​ທີ 10/9, ຢູ່​ສຳ​ນັກ​ງານ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ, ທ່ານ​ພົນ​ເອກ ​ຟຸ່ງກວາງ​ແທງ, ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ປະທານ​ຄະນະ​ກຳມະການເສນາ​ທິການ​ໃຫຍ່ ອິນ​ເດຍ ​ໂດຍ​ທ່ານ​ພົນ​ເອກ Arup Raha, ປະທານ​ຄະນະ​ກຳມະການ​ເສນາ​ທິການ​ໃຫຍ່​ທັງ​ເປັນ​ຜູ້​ບັງຄັບ​ບັນຊາ​ກອງທັບ​ອາກາດ ອິນ​ເດຍ ນຳ​ໜ້າ ​ເນື່ອງ​ໃນ​ໂອກາດ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ. ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຟຸ່ງກວາງ​ແທງ ​ເນັ້ນ​ໜັກວ່າ: ​ໃນ​ປະຈຸ​ບັນ ຫວຽດນາມ ​ແລະ ອິນ​ເດຍ ມີ​ການ​ພົວພັນ​ຄູ່ຮ່ວມ​ມື​ຍຸດ​ທະ​ສາດ, ການຮ່ວມ​ມື​ຮອບດ້ານ​ໃນ​ທຸກ​ຂົງ​ເຂດ, ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ຖື​ວ່າ: ບັນດາ​ການ​ເຄື່ອນ​ໄຫວຄື: ​ເພີ່ມ​ທະວີ​ການ​ຮ່ວມ​ມືດ້ານ​ກອງທັບ​ເຮືອ, ບຳລຸງ​ສ້າງ​ພະນັກງານ, ຄູ​ອາຈານສອນ​ພາສາ​ ອັງກິດ, ຄອມ​ພິວ​ເຕີ ຊຶ່ງ ອິນ​ເດຍ ຊ່ວຍ​ເຫຼືອ ຫວຽດນາມ ​ແມ່ນ​ບັນດາ​ຈຸດ​ພົ້ນ​ເດັ່ນ​ໃນ​ການ​ພົວພັນ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດລະຫວ່າງ 2 ປະ​ເທດ. ທ່ານ ລັດຖະມົນຕີ ຟຸ່ງກວາງ​ແທງ ກໍ​ຕີລາຄາ​ຄວາມ​ສາມາດ​ບົ່ມ​ຊ້ອນ​ການ​ຮ່ວມ​ມື​ຂອງ 2 ຝ່າຍ​ຍັງ​ໃຫຍ່​ຫລວງຢູ່, ພ​້ອມທັງ ສະ​ແດງ​ຄວາມ​ປາດ​ຖະໜາ​ຢາກ​ການ​ພົວພັນ​ຮ່ວມ​ມື​ໃນ​ໄລຍະ​ຈະ​ມາ​ເຖິງ​ຈະ​ສືບ​ຕໍ​່ພັດທະນາ

        ກ່ອນ​ໜ້າ​ນັ້ນ, ຕອນ​ເຊົ້າ​ວັນ​ທີ 10/9, ຄະນະ​ປະທານຄະນະ​ກຳມະການ​ເສນາ​ທິການ​ໃຫຍ່ ອິນ​ເດຍ ​​ໄດ້ໂອ້​ລົມ​ສົນທະນາ​ກັບ​ຄະນະ​ພະນັກງານ​ກອງທັບ​ປະຊາຊົນ ຫວຽດນາມ ​ໂດຍ​ທ່ານ​ພົນ​ໂທ ​ໂດ​ບ໋າ​ຕິ້, ຫົວໜ້າ​ເສນາ​ທິການ​ໃຫຍ່​ກອງທັບ​ປະຊາຊົນ ຫວຽດນາມ ​ເປັນ​ຫົວໜ້າ​ຄະນະ. ທີ່​ການ​ໂອ​ລົມ​ສົນ​ທະນາ, 2 ຝ່າ​ນ​ໄດ້​ສະ​ແດງ​ການ​ສະໜັບສະໜູນ​ເຊິ​ງກັນ ​ແລະ ກັນ​ໃນ​ບັນດາ​ບັນຫາ​ສາກົນ ​ແລ​ະ ພາກ​ພື້ນ.

 

ຂ່າວ/ບົດ​ອື່ນ