ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ​ລະ​ຫວ່າງ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ

(VOVWORLD) -ຝ່າຍ USABC ໄດ້ຢັ້ງຢືນຄຳໝັ້ນສັນຍາ ຈະສືບຕໍ່ຮ່ວມເດີນທາງ ແລະ ສົມທົບກັບຫວຽດນາມ ຢ່າງແໜ້ນແຟ້ນ, ຕັ້ງໜ້າຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານເວົ້າລວມ, ການຮ່ວມມືເສດຖະກິດ - ການຄ້າ - ການລົງທຶນ ລະຫວ່າງ ອາເມລິກາ ແລະ ຫວຽດນາມ ເວົ້າສະເພາະໃຫ້ນັບມື້ນັບພັດທະນາຢ່າງເລິກເຊິ່ງກວ້າງຂວາງ
ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ​ລະ​ຫວ່າງ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ - ảnh 1ານເຈິ່ນຕວັນແອັງ ຫົວໜ້າຄະນະເສດຖະກິດສູນກາງພັກ ເຮັດວຽກກັບຄະນະສະພາດຳເນີນທຸລະກິດອາເມລິກາ - ອາຊຽນ (USABC) (ພາບ: VOV)

ວັນທີ 10 ມີນາ, ຢູ່ຮ່າໂນ້ຍ, ທ່ານເຈິ່ນຕວັນແອັງ ຫົວໜ້າຄະນະເສດຖະກິດສູນກາງພັກ ໄດ້ໃຫ້ການຕ້ອນຮັບ ແລະ ເຮັດວຽກກັບຄະນະສະພາດຳເນີນທຸລະກິດອາເມລິກາ - ອາຊຽນ (USABC) ກັບຜູ້ຕາງໜ້າຂອງ 28 ກຸ່ມບໍລິສັດວິສາຫະກິດແຖວໜ້າ ອາເມລິກາ. ທີ່ການເຮັດວຽກ, ສອງຝ່າຍໄດ້ແລກປ່ຽນຄຳເຫັນ, ຂໍ້ສະເໜີແນະ ກ່ຽວກັບການຮ່ວມມືລົງທຶນດຳເນີນທຸລະກິດລະຫວ່າງສອງປະເທດ, ພິເສດແມ່ນໃນບັນດາຂົງເຂດເຊິ່ງບັນດາວິສາຫະກິດ ອາເມລິກາ ມີຄວາມສົນໃຈຄື ການແພດ, ພະລັງງານຂຽວ, ພະລັງງານຜະລິດຄືນໃໝ່, ບັນດາການບໍລິການດ້ານການເງິນ, ເສດຖະກິດດີຈີຕອນ, ວິທະຍາສາດ, ເຕັກໂນໂລຢີ, ການໜູນຊ່ວຍວິສາຫະກິດຟື້ນຟູ ແລະ ພັດທະນາພາຍຫຼັງໂລກລະບາດ... ທ່ານ ເຈີ່ນຕວັນແອັງ ສະແດງຄວາມຊົມເຊີຍຕໍ່ເລື່ອງວິສາຫະກິດ ອາເມລິກາ ເປີດກ້ວາງການລົງທຶນ, ຍູ້ແຮງການຄົ້ນຄ້ວາ - ພັດທະນາ, ການປ່ຽນແປງໃໝ່ປະດິດຄິດສ້າງ, ປະກອບສ່ວນສຳຄັນນຳຫວຽດນາມ ກາຍເປັນສູນໃນລະບົບມູນຄ່າພາກພື້ນ ແລະ ທົ່ວໂລກ.

ສ່ວນຝ່າຍ USABC ໄດ້ຢັ້ງຢືນຄຳໝັ້ນສັນຍາ ຈະສືບຕໍ່ຮ່ວມເດີນທາງ ແລະ ສົມທົບກັບຫວຽດນາມ ຢ່າງແໜ້ນແຟ້ນ, ຕັ້ງໜ້າຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານເວົ້າລວມ, ການຮ່ວມມືເສດຖະກິດ - ການຄ້າ - ການລົງທຶນ ລະຫວ່າງ ອາເມລິກາ ແລະ ຫວຽດນາມ ເວົ້າສະເພາະໃຫ້ນັບມື້ນັບພັດທະນາຢ່າງເລິກເຊິ່ງກວ້າງຂວາງ, ມີປະສິດທິຜົນ, ແທດຈິງ, ເໝາະສົມກັບຄວາມປາຖະໜາ, ຜົນປະໂຫຍດຂອງສອງຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ