ເພ​ີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ແພດ​ສາດ​ລະ​ຫວ່າງ ຫວຽດ​ນາມ ກັບ​ບັນ​ດາ​ປະ​ເທດ

(VOVWORLD) -ຕອນຄໍ່າວັນທີ 9 ຕຸລາ, ຢູ່ຮ່າໂນ້ຍ ໄດ້ໄຂກອງປະຊຸມ ກ່ຽວກັບການປະສູດລູກ ຫວຽດນາມ - ຝລັ່ງ ດ້ວຍການເຂົ້າຮ່ວມຂອງນັກຊ່ຽວຊານ ຫວຽດນາມ, ຝລັ່ງ, ແອັດສະປາຍ ແລະ ຫຼາຍປະເທດ ອາຊີອີກດ້ວຍ.
ເພ​ີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ແພດ​ສາດ​ລະ​ຫວ່າງ ຫວຽດ​ນາມ ກັບ​ບັນ​ດາ​ປະ​ເທດ - ảnh 1ກອງປະຊຸມຖືກດຳເນີນເປັນເວລາ 3 ວັນ ແຕ່ວັນທີ 9 ຫາວັນທີ 11 ຕຸລາ 2022 (ພາບ: suckhoedoisong.vn)

ກອງປະຊຸມຖືກດຳເນີນເປັນເວລາ 3 ວັນ ແຕ່ວັນທີ 9 ຫາວັນທີ 11 ຕຸລາ 2022. ບັນດານັກຊ່ຽວຊານທາງດ້ານສາທາລະນະສຸກ ໄດ້ປຶກສາຫາລື, ແລກປ່ຽນກ່ຽວກັບບັນດາຂົງເຂດຄື: ການປະສູດລູກ, ການແພດເດັກໃນຄັນ, ວິນິດໄສກ່ອນປະສູດ, ການຊ່ວຍກ່ຽວກັບການຈະເລີນພັນ, ໂລກມະເຮັງໃນອະໄວຍະວະສືບພັນຍິງ, ລ້ຽງດູເດັກແດງ, ໂລກລະບາດໂຄວິດ - 19 ….

ນັບແຕ່ປີ 1993 ມາຮອດປັດຈຸບັນ ໄດ້ຈັດກອງປະຊຸມກ່ຽວກັບການປະສູດລູກ ຫວຽດນາມ - ຝລັ່ງ ລວມທັງໝົດ 21 ຄັ້ງ, ເຊິ່ງໄດ້ຊ່ວຍເປີດໂອກາດຮ່ວມມື, ບຳລຸງສ້າງດ້ານແພດສາດ ລະຫວ່າງແພດໝໍ ຂະແໜງປະສູດລູກ ຫວຽດນາມ ກັບ ຝລັ່ງ ກໍຄືກັບຫຼາຍປະເທດໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ