ເພີ່ມທະວີການຮ່ວມມືຖ່າຍທອດເຕັກໂນໂລຊີລະຫວ່າງ ຍີ່ປຸ່ນ ແລະ ຫວຽດນາມ

(VOVWORLD) - ຕອນເຊົ້າວັນທີ 22 ພະຈິກ, ທີ່ຮ່າໂນ້ຍ, ສະຖາບັນຄົ້ນຄວ້າການຄຸ້ມຄອງເສດຖະກິດສູນກາງ ໄດ້ຈັດຕັ້ງເວທີປາໄສດ້ວຍຫົວຂໍ້ວ່າ “ເພີ່ມທະວີການຮ່ວມມືອຸດສາຫະກຳ ຍີ່ປຸ່ນ - ຫວຽດນາມ ໂດຍຜ່ານການຖ່າຍທອດເຕັກໂນໂລຊີ”.
ເພີ່ມທະວີການຮ່ວມມືຖ່າຍທອດເຕັກໂນໂລຊີລະຫວ່າງ ຍີ່ປຸ່ນ ແລະ ຫວຽດນາມ - ảnh 1 ເວທີປາໄສ (ພາບ: TTXVN)

        ເປັນສະມາຊິກຂອງບັນດາສັນຍາ FTA ໃນພາກພື້ນ, ຍີ່ປຸ່ນ ແລະ ຫວຽດນາມ ລ້ວນແຕ່ຫວັງວ່າ ຈະບັນລຸໄດ້ຜົນປະໂຫຍດລວມໃນການພັດທະນາກຳລັງການຜະລິດ ເພື່ອຍາດແຍ່ງກາລະໂອກາດຈາກບັນດາຂໍ້ຕົກລົງເສດຖະກິດນັ້ນ. ທ່ານນາງປະລິນຍາເອກ ຫງວຽນທິເຕ້ວແອງ, ຮອງຫົວໜ້າສະຖາບັນຄົ້ນຄວ້າຄຸ້ມການຄອງເສດຖະກິດສູນກາງຖືວ່າ:

        “ເປົ້າໝາຍຊຸກຍູ້ການຖ່າຍທອດເຕັກໂນໂລຊີຈາກບັນດາໂຄງການ FDI ຍາມໃດກໍ່ແມ່ນໜຶ່ງໃນບັນດາບຸລິມະສິດແຖວໜ້າໃນຍຸດທະສາດການພັດທະນາຂອງ ຫວຽດນາມ. ຫລາຍປີຜ່ານມາ, ການຮ່ວມມືກັບ ຍີ່ປຸ່ນ ມັກໄດ້ຮັບການເນັ້ນໜັກຢູ່ ຫວຽດນາມ ວ່າ ຍ້ອນອີງໃສ່ລັກສະນະແກ່ງແຍ້ງ ແລະ ລະດັບຄວາມຮູ້ດ້ານເຕັກໂນໂລຊີແຖວໜ້າຂອງບັນດາວິສາຫະກິດ ຍີ່ປຸ່ນ. ດັ່ງນັ້ນ, ການສ້າງແຜນດຳເນີນງານຮ່ວມຂອງ ຍີ່ປຸ່ນ ແລະ ຫວຽດນາມ ເພື່ອແກ້ໄຂບັນດາຄວາມສົນໃຈຮ່ວມ ໃນການຊຸກຍູ້ການຖ່າຍທອດເຕັກໂນໂລຊີຈາກ ຍີ່ປຸ່ນ ມາຍັງ ຫວຽດນາມ ແມ່ນສິ່ງທີ່ຈຳເປັນ, ພິເສດແມ່ນໃນຂົງເຂດຜະລິດ.

ຕອບກັບ

ຂ່າວ/ບົດ​ອື່ນ